• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

ບັນດາຈຸດສັກວັກຊິນຢູ່ ຫ໋າຍເຢືອງ, ໂຮງໝໍເຂດຮ້ອນ ນະຄອນໂຮ່ຈີມິນ ແລະ ໂຮງໝໍເຂດຮ້ອນສູນກາງກໍ່ສືບຕໍ່ສັກວັກຊິນກັນພະຍາດໂຄວິດ - 19, ພ້ອມທັງເປີດກ້ວາງການຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ຮ່າໂນ້ຍ ແລະ ແຂວງຢາລາຍ.
ພາບປະກອບ: TTXVN

ໄລ່ຮອດເວລາ 6 ໂມງຂອງ ວັນທີ 9 ມີນາ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ. ປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 2524 ຄົນ., 10 ແຂວງ, ນະຄອນບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກໃນຊຸມຊົນໃນຮອບເວລາ 24 ວັນຢ່າງລຽນຕິດນັ້ນແມ່ນ: ຮ່ວາບິ່ງ, ດ້ຽນບຽນ, ຮ່າຢາງ, ບິ່ງເຢືອງ, ຮືງອຽນ, ບັກຢາງ, ຢາລາຍ, ບັກນິງ, ກ໋ວາງນິງ ແລະ ນະຄອນ ໂຮ່ຈີມິນ. ຮ່າໂນ້ຍ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ໃນຊຸມຊົນເປັນເວລາຄົບ 3 ອາທິດແລ້ວ.

        ແລະກໍ່ໃນວັນດຽວກັນ, ບັນດາຈຸດສັກວັກຊິນຢູ່ ຫ໋າຍເຢືອງ, ໂຮງໝໍເຂດຮ້ອນ ນະຄອນໂຮ່ຈີມິນ ແລະ ໂຮງໝໍເຂດຮ້ອນສູນກາງກໍ່ສືບຕໍ່ສັກວັກຊິນກັນພະຍາດໂຄວິດ - 19, ພ້ອມທັງເປີດກ້ວາງການຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ຮ່າໂນ້ຍ ແລະ ແຂວງຢາລາຍ.

        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງຕອນເຊົ້າວັນທີ 9 ມີນາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 117,8 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 2,61 ລ້ານຄົນ. ປັດຈຸບັນ ອາເມລິກາ ຍັງແມ່ນປະເທດຖືກຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ຂອງໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຂຶ້ນເຖິງ 29,74 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 538.571 ຄົນ, ຖັດຈາກນັ້ນແມ່ນ ບຣາຊິນ.

(ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top