• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ-19 ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ

ໄລຮອດເວລາ 1 ໂມງເຊົ້າຂອງວັນທີ 6 ພະຈິກ(ຕາມເວລາ) ໂລກຢັ້ງຢືນມີຜູ້ຕິດເຊື້ອເກືອບ 250 ລ້ານຄົນ, ໃນນັ້ນມີຫຼາຍກ່ວາ 5 ລ້ານຄົນເສຍຊີວິດ.
ການສັກວັກຊິນຢູ່ອັງກິດ

ສະເພາະຢູ່ຫວຽດນາມ, ນັບແຕ່ເວລາ 16 ໂມງ ຂອງວັນທີ 5 ພະຈິກ ຫາ ເວລາ 16 ໂມງຂອງວັນທີ 6 ພະຈິກ ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 7.491 ຄົນ (ໃນນັ້ນມີ 11 ກໍລະນີມາຈາກຕ່າງປະເທດ ແລະ 7.480 ກໍລະນີຢູ່ພາຍປະເທດ) ຢູ່ 55 ແຂວງ, ນະຄອນ.

           ເປັນອັນວ່າ ໄລຮອດວັນທີ 6 ພະຈິກ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 961.038  ຄົນ ຢືນອັນດັບທີ 38 ໃນຈຳນວນ 223 ປະເທດ ແລະເຂດແຄ້ວນ

       ໃນວັນທີ 6 ພະຈິກ ຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 1.063  ຄົນ ອັນໄດ້ຍົກຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 836.284 ຄົນ 

      ກ່ຽວກັບສະພາບການໂລກລະບາດໃນໂລກ, ຕາມເວບໄຊ worldometers.info, ໄລຮອດເວລາ 1 ໂມງເຊົ້າຂອງວັນທີ 6 ພະຈິກ(ຕາມເວລາ) ໂລກຢັ້ງຢືນມີຜູ້ຕິດເຊື້ອເກືອບ 250 ລ້ານຄົນ, ໃນນັ້ນມີຫຼາຍກ່ວາ 5 ລ້ານຄົນເສຍຊີວິດ. ຈຳນວນຄົນເຈັບໄດ້ຮັບການປິ່ນປົວຫາຍດີໃນໂລກແມ່ນເກືອບ 230 ລ້ານຄົນ. ອາເມລິກາຍັງຄົງແມ່ນປະເທດຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນ ຜູ້ຕິດເຊື້ອຫຼາຍກ່ວາ 47 ລ້ານຄົນ, ໃນນັ້ນມີເກືອບ 775.000 ຄົນເສຍຊີວິດ. ຢືນອັນດັບທີ 2 ແມ່ນອີນເດຍ, ຖັດມາແມ່ນ ບຣາຊີວ.

     ໃນ 24 ຊົ່ວໂມງທີ່ຜ່ານມາຈຳນວນຜູ້ຕິດເຊື້ອຍັງບໍ່ທັນມີສັນຍານຫຼຸດລົງເທື່ອ ຂະນະທີ່ມີຈຳນວນ ຜູ້ຕິດເຊື້ອໃໝ່ເກືອບ 5 ແສນຄົນ.

     ຕໍ່ໜ້າສະພາບທີ່ຈຳນວນ ຜູ້ຕິດເຊື້ອພວມຢູ່ໃນລະດັບສູງນັ້ນ, ກອງປະຊຸມລັດຖະມົນຕີກະຊວງສາທາລະນະສຸກສະຫະພັນ ແລະ ບັນດາລັດຂອງເຢຍລະມັນເມື່ອວັນທີ 5 ພະຈິກ ໄດ້ເຫັນດີຈະດຳເນີນ ສັກວັກຊິນເພີ່ມເຕີມໃຫ້ໝົດທຸກຄົນ.

     ໃນວັນທີ 6 ພະຈິກ, ກະຊວງສາທາລະນະສຸກ ອັງກິດໄດ້ປະກາດວ່າ ຈະອະນຸຍາດໃຫ້ປະຊາຊົນຈອງມື້ ສັກວັກຊິນເພີ່ມເຕີມ ກ່ອນທີ່ຈະມີເງື່ອນໄຂສັກວັກຊິນຢ່າງຄົບຖ້ວນ ແນໃສ່ຍູ້ໄວລະດັບການສ້າງພູມຕ້ານທານໃນຊຸມຊົນກ່ອນທີ່ລະດູໜາວວຽນມາ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top