ແພດໝໍຂ້າເຊື້ອຢູ່ຖະໜົນຫົນທາງນະຄອນຫຼວງ Nairobi ປະເທດ ເກນຢາ (ພາບ: AP)
ຢູ່ເອີລົບ, ຍອດຈຳນວນຜູ້ຕິດເຊື້ອພະຍາດໄດ້ເພີ່ມຂຶ້ນກ່ວາ 150.000 ຄົນ. ອີຕາລີ ມີຈຳນວນຜູ້ຕິດໂລກລະບາດ Covid – 19 ແມ່ນ 59.138 ຄົນ, ໃນນັ້ນ ມີຜູ້ເສຍຊີວິດ 5.476 ຄົນ, ກວມເອົາ 38.3%ຍອດຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ໃນທົ່ວໂລກ. ນອກຈາກ ອີຕາລີແລ້ວ, ແອັດສະປາຍ, ເຢຍລະມັນ, ຝລັ່ງ…ແມ່ນບັນດາປະເທດທີ່ມີຜູ້ຕິດໂລກລະບາດ Covid – 19 ຈຳນວນຫຼາຍ ຢູ່ເອີລົບ.
ຢູ່ອາເມລິກາ, ໃນຕອນບ່າຍວັນທີ 22 ມີນາ, ທ່ານ ປະທານາທິບໍດີ Donald Trump ແລະ ບັນດາສະມາຊິກໃນກຳລັງສະເພາະກິດການປ້ອງກັນ, ຕ້ານເຊື້ອໄວຣັດ SARS – CoV- 2 ຂອງທຳນຽບຂາວ ໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອແນໃສ່ປະກາດບັນດາຂໍ້ມູນຂ່າວອັບເດດກ່ຽວກັບໂລກລະບາດ Covid – 19. ໄລ່ມາຮອດວັນທີ 23 ມີນາ, ອາເມລິກາ ໄດ້ກາຍເປັນປະເທດທີ່ມີຈຳນວນຜູ້ຕິດໂລກລະບາດ Covid – 19 ຫຼາຍອັນດັບທີ 3 ໃນໂລກ.
ຢູ່ອາຊີ, ອີຣານສືບຕໍ່ແມ່ນຈຸດໃຈການເກີດໂລກລະບາດ Covid – 19. ພາຍໃນເວລາ 24 ຊົ່ວໂມງທີ່ຜ່ານມາ, ອີຣານໄດ້ຢັ້ງຢືນວ່າມີຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ຕື່ມອີກ 129 ຄົນ, ຍົກຍອດຈຳນວນກໍລະນີເສຍຊີວິດຢູ່ປະເທດນີ້ຂຶ້ນເປັນ 1.685 ຄົນ.
ວັນທີ 22 ມີນາ, ສູນຄວບຄຸມ ແລະ ປ້ອງກັນ, ການຕິດໂລກພະຍາດ ອາຟຼິກກາ (CDC ອາຟຼິກກາ) ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ອາຟຼິກກາ ມີຜູ້ຕິດເຊື້ອໄວຣັດ SARS-CoV-2 ຈຳນວນ 1.198 ຄົນ ຢູ່ 41 ປະເທດ ຂອງທະວີບນີ້.
(ແຫຼ່ງຄັດຈາກ VOV)