• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາການ​ຮ່ວມ​ມື​ເຂດ​ອ່າວ​ເປີ​ເຊຍ ແລະ ອາ​ຊຽນ ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທຳ​ອິດ

ການນຳຂັ້ນສູງ 10 ປະເທດ ອາຊຽນ ແລະ 6 ປະເທດ GCC (ອາຣັບບິ ຊາອຸດິ, ສະຫະລັດ ອາຣັບ ເອມີເລັດ, ກູເວດ, ບາເຣັນ, ກາຕາ ແລະ ໂອມານ) ໄດ້ເຂົ້າຮ່ວມ.
ທ່ານເລຂານຸການສະພາຮ່ວມມືເຂດອ່າວເປີເຊຍ ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: TTXVN)

ວັນທີ 20 ຕຸລາ, ສະພາການຮ່ວມມືເຂດອ່າວເປີເຊຍ (GCC) ແລະ ອາຊຽນ ໄດ້ຈັດກອງປະຊຸມສຸດຍອດຢູ່ນະຄອນຫຼວງ Riyadh, ປະເທດ ອາຣັບບິ ຊາອຸດິ.  ນີ້ແມ່ນຄັ້ງທຳອິດທີ່ GCC ແລະ ອາຊຽນ ຈັດກອງປະຊຸມສຸດຍອດນັບແຕ່ເວລາສອງກຸ່ມສ້າງການພົວພັນຢ່າງເປັນທາງການໃນປີ 1990.

ການນຳຂັ້ນສູງ 10 ປະເທດ ອາຊຽນ ແລະ 6 ປະເທດ GCC (ອາຣັບບິ ຊາອຸດິ, ສະຫະລັດ ອາຣັບ ເອມີເລັດ, ກູເວດ, ບາເຣັນ, ກາຕາ ແລະ ໂອມານ) ໄດ້ເຂົ້າຮ່ວມ. ຕາມການຄາດຄະເນແລ້ວ, ກອງປະຊຸມຈະອອກຖະແຫຼງການຮ່ວມກ່ຽວກັບແຜນການຮ່ວມມືໃນໄລຍະ 2024 – 2028, ສຸມໃສ່ບັນດາຂົງເຂດຄື: ພະລັງງານ, ການຄ້າ, ການຮ່ວມມືດ້ານເສດຖະກິດສີຂຽວ, ເສດຖະກິດດີຈີຕອນ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top