• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ຖາ​ບັນ​​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ​ປະ​ຊາ​ຊົນ​ຕ້ອງ​ນຳ​ໜ້າ, ນຳ​ພາ​ວຽກ​ງານ​ສ້າງທິດ​ສະ​ດີ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ໃຫ້​ສົມ​ບູນ​ແບບ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ສະ​ຖາ​ບັນ​​ປ້ອງ​ກັນ​ຄວາມ​ສະ​ຫງົບ ປະ​ຊາ​ຊົນ​ຕ້ອງ​ກຳ​ນົດ​ທີ​ຕັ້ງ​ພັດ​ທະ​ນາ​ໃໝ່, ຈາກ​ສູນ​ບຳ​ລຸງ​ສ້າງ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ແຖວ​ໜ້າ​ຂອງ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ໃນ​ປັດ​ຈຸ​ບັນ ກາຍ​ເປັນ​ສູນ​ບຳ​ລຸງ​ສ້າງ​ຄົ້ນ​ຄ້​ວາ​ແຖວ​ໜ້າ​ປະ​ເທດ​ຊາດ, ທຽບ​ເທົ່າ​ລະ​ດັບ​ສາ​ກົນ ໃນ​ປີ 2045
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ (ພາບ: ກະ​ຊວງ​ຕຳຫຼວດ)

ຕອນ​ເຊົ້າ​ວັນ​ທີ 22 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນຄວາ​ມ​ປ້ອງ​ກັນ​ຄວາມ​ສະ​ຫງົບ ປະ​ຊາ​ຊົນ​ຈັດ​​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ (25/6/1946 - 25/6/2026) ແລະ ຕ້ອນ​ຮັບ​ນາມ​ມະ​ຍົດ ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​ຄັ້ງ​ທີ 3. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ.

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ສະ​ຖາ​ບັນ​​ປ້ອງ​ກັນ​ຄວາມ​ສະ​ຫງົບ ປະ​ຊາ​ຊົນ​ຕ້ອງ​ກຳ​ນົດ​ທີ​ຕັ້ງ​ພັດ​ທະ​ນາ​ໃໝ່, ຈາກ​ສູນ​ບຳ​ລຸງ​ສ້າງ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ແຖວ​ໜ້າ​ຂອງ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ໃນ​ປັດ​ຈຸ​ບັນ ກາຍ​ເປັນ​ສູນ​ບຳ​ລຸງ​ສ້າງ​ຄົ້ນ​ຄ້​ວາ​ແຖວ​ໜ້າ​ປະ​ເທດ​ຊາດ, ທຽບ​ເທົ່າ​ລະ​ດັບ​ສາ​ກົນ ໃນ​ປີ 2045, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 100 ປີ​ແຫ່ງວັນ​ມູນ​ເຊື້ອ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮຽກ​ຮ້ອງວ່າ:

ທາງ​ສະ​ຖາ​ບັນ​ຕ້ອງ​ນຳ​ໜ້າ, ນຳ​ພາ, ສ້າງທິດ​ສະ​ດີ​ປົກ​ປ້ອງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ ຫວຽດ​ນາມ​ໃຫ້​ສົມ​ບູນ​ແບບ. ສືບ​ຕໍ່​ແມ່ນ​ກຳ​ລັງ​ຕະ​ລຸນ​ບ່ອນ​ປົກ​ປ້ອງ​ພື້ນ​ຖານ​ແນວ​ຄິດ​ຂອງ​ພັກ, ເສີມ​ຂະ​ຫຍາຍຢ່າງ​ສູງ​ຈິດ​ໃຈ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຄວາມ​ມຸ່ງ​ຫວັງ​ຮ່ຳ​ຮຽນ, ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ເພື່ອ​ແນ​ໃສ່​ຍົກ​ລະ​ດັບ, ພັດ​ທະ​ນາ, ສ້າງ​ທິດ​ສະ​ດີ​ສິ​ລະ​ປະ ໃຫ້​ສຳ​ເລັດ, ການ​ປົກ​ປ້ອງ​ຄວາມສະ​ຫງົບ​ ແຫ່ງ​ຊາດ​, ສ້າງ​ພື້ນ​ຖານ​ທິດ​ສະ​ດີ​ປ້ອງກັນ​ຄວາມສະ​ຫງົບ ​ແຫ່ງ​ຊາດ​ຫວຽດ​ນາມ ໃຫ້​ສົມ​ບູນ​ແບບ​ໃນ​ປີ 2035.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອາ​ເມ​ລິ​ກາ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອາ​ເມ​ລິ​ກາ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ອາ​ເມ​ລິ​ກາ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອດ​ບ້ານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ພັດ​ທະ​ນາ​ນັບ​ມື້​ນັບ​ແທ້​ຈິງ, ເລິກ​ເຊິ​່ງກວ້າງ​ຂວາງ ແລະ ມີ​ປະ​ສິດ​ທິ​ຜົນ

Top