• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ອອກແຮງງານກວ່າ 1 ລ້ານຄົນເຂົ້າຮ່ວມການໂອ້ລົມສົນທະນາໃນເດືອນກຳມະກອນ

ອນຄ່ຳວັນທີ 21 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຈັດພິທີສະຫຼຸບເດືອນກຳມະກອນ ແລະ ເດືອນກະທຳກ່ຽວກັບຄວາມປອດໄພຫຼັກອະນາໄມໃນການອອກແຮງງານປີ 2026.
ທີ່​ພິ​ທີມອບໃບຍ້ອງຍໍ (ພາບ: TTXVN)

ຕອນ​ຄ່ຳ​ວັນ​ທີ 21 ມິ​ຖຸ​ນາ, ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ໄດ້​ຈັດ​ພິ​ທີ​ສະ​ຫຼຸບ​ເດືອນ​ກຳ​ມະ​ກອນ ແລະ ເດືອນ​ກະ​ທຳ​ກ່ຽວ​ກັບຄວາມ​ປອດ​ໄພ​ຫຼັກອະ​ນາ​ໄມ​​ໃນການ​ອອກ​ແຮງ​ງານ​ປີ 2026.

​ ໃນເດືອນ​ກຳ​ມະ​ກອນ ແລະ ເດືອນ​ກະ​ທຳ​ກ່ຽວ​ກັບຄວາມ​ປອດ​ໄພ​​ຫຼັກອະ​ນາ​ໄມ​​ໃນການ​ອອກ​ແຮງ​ງານ, ກຳ​ມະ​ບານ​ທຸກ​ຂັ້ນ​ໄດ້​ຈັດ​ການ​ໂອ້​ລົມ​ສົນ​ທະ​ນາ​ເກືອບ 14.200 ຄັ້ງ, ດຶງ​ດູດ​​ຊາວ​ໜຸ່ມ, ຜູ້​ອອກ​ແຮງ​ງານ​ເກືອບ 1 ລ້ານ​ຄົນ​ເຂົ້າ​ຮ່ວມ ສຸມ​ໃສ່​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ, ເງິນ​ເດືອນ, ລາຍ​ຮັບ, ເຮືອນ​ຢູ່, ປະ​ກັນ​​ສັງ​ຄົມ… ກຳ​ມະ​ບານ​ທຸກ​ຂັ້ນ​ກໍ່​ສົມ​ທົບ​ກັບ​ຜູ້​ຮັບ​ຈ້າງ​ແຮງ​ງານ​ຈັດ​ລາຍ​ການ “ຂອບ​ໃຈຜູ້​ອອກ​ແຮງ​ງານ” ຢູ່ກວ່າ 6.260 ຫົວ​ໜ່ວຍ; ກວດ​ສຸ​ຂະ​ພາບ​ໃຫ້​ແກ່​ຜ​ູ້​ອອກ​ແຮງ​ງານກວ່າ 1,3 ລ້າ​ນ​ຄົນ; ເລີ່ມ​ເຄື່ອນ​ໄຫວ​ໂຄງ​ການ​ເຮືອນ​ຢູ່​ສັງ​ຄົມ​ໃຫ້​ແກ່​ກຳ​ມະ​ກອນ; ຢື້ຢ​າ​ມ​ຖາມ​ຂ່າວ, ມອບ​ຂອງ​ຂວັນ​ໃຫ້​ສະ​ມ​າ​ຊິກ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ນັບ​ພັນ​ເທື່ອ​ຄົນ.

ເນື່ອງ​ໃນ​ໂອ​ກາດນີ້, ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ໄດ້​ມອບ​ໃບ​ຍ້ອງ​ຍໍ​ໃຫ້​ບັນ​ດາ​ສ່ວນ​ບຸ​ກ​ຄົນ​ດີ​ເດັ່ນ​ທີ່​ມີ​ຜົນ​ງານ​ດີ​ເລີດ​ໃນ​ການ​ຜັນ​ຂະ​ຫຍາຍ​ເດືອນ​ກຳ​ມະ​ກອນ ແລະ ເດືອນ​ແຫ່ງ​ການ​ກະ​ທຳ​ກ່ຽວ​ກັບຄວາມ​ປອດ​ໄພ​ອະ​ນາ​ໄມ​​ໃນການ​ອອກ​ແຮງ​ງານ 2026.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອາ​ເມ​ລິ​ກາ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອາ​ເມ​ລິ​ກາ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ອາ​ເມ​ລິ​ກາ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອດ​ບ້ານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ພັດ​ທະ​ນາ​ນັບ​ມື້​ນັບ​ແທ້​ຈິງ, ເລິກ​ເຊິ​່ງກວ້າງ​ຂວາງ ແລະ ມີ​ປະ​ສິດ​ທິ​ຜົນ

Top