ຂ່າວສານ
ສະຖານີໂທສະພາບ CBS (ອາເມລິກາ) ໂຄສະນາພາບພົດການທ່ອງທ່ຽວ ເຊີນດ່ອງ ຢູ່ ຫວຽດນາມ ອອກສູ່ໂລກ
19 ໂມງຂອງວັນທີ 29 ມີນາ ຕາມເວລາເຂດທາງທິດຕາເວັນອອກ ອາເມລິກາ, ລາຍການ “60 Minutes” ຂອງສະຖານີໂທລະພາບ CBS (ອາເມລິກາ) ໄດ້ອອກອາກາດບົດບົດສາລະຄະດີ ກ່ຽວກັບ ເຊີນດອງ ຢູ່ແຂວງ ກ໋ວາງຈິ, ຫວຽດນາມ, ສ້າງຜົນກະທົບແຜ່ກະຈາຍອອກສູ່ວົງກວ້າງ, ປະກອບສ່ວນຊຸກຍູ້ການສົ່ງເສີມການທ່ອງທ່ຽວ ແລະ ຢັ້ງຢືນສະຖານທີ່ນັດພົບ ກ໋ວາງຈິ ໃນແຜນທີ່ທ່ອງທ່ຽວທົ່ວໂລກ. ລາຍການໂທລະພາບທີ່ມີອິດທິພົນຊື່ສຽງແຖວໜ້າໂລກໄດ້ຄັດເລືອກຖ່າຍທຳວີດີໂອຢູ່ ເຊີນດ່ອງ ແມ່ນເຫດການໂຄສະນາສື່ສານມີຄວາມໝາຍພິເສດສຳລັບການທ່ອງທ່ຽວກ໋ວາງຈິ ກໍ່ຄືເຂດມໍລະດົກທຳມະຊາດໂລກ ປ່າສະຫງວນແຫ່ງຊາດ ຟອງຍາ - ເກ໋ບ່າງ.
ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ກ໋ວາງຈິໄດ້ປະສານສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຜັນຂະຫຍາຍບັ້ນໂຄສະນາດ້ວຍຫຼາຍຮູບແບບ ແລະ ເນື້ອໃນອຸດົມສົມບູນ, ມຸ່ງໄປເຖິງບັນດາຕະຫຼາດແຂກທ່ອງທ່ຽວທີ່ມີຈຸດສຸມທັງຢູ່ພາຍໃນ ແລະ ຕ່າງປະເທດ. ເປົ້າໝາຍແມ່ນສືບຕໍ່ຢັ້ງຢືນກ໋ວາງຈິງ ແມ່ນສູນການທ່ອງທ່ຽວປະຈົນໄຟ ແຖວໜ້າພາກພື້ນ ອາຊີ ແລະ ສະຖານທີ່ນັດພົບທີ່ຈັບໃຈຂອງ ຫວຽດນາມ. ທ່ານ ເລມິງຕວັນ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ກ໋ວາງຈິ ໃຫ້ຮູ້ວ່າເລື່ອງບົດສາລະຄະດີກ່ຽວກັບຖ້ຳເຊີນດ່ອງໄດ້ອອກອາກາດໃນລາຍການ “60 Minutes” ແມ່ນໂອກາດທີ່ຍິ່ງໃຫຍ່ເພື່ອໂຄສະນາພາບພົດການທ່ອງທ່ຽວຂອງແຂວງໄປຍັງເພື່ອນມິດສາກົນ. ນີ້ບໍ່ພຽງແຕ່ແມ່ນການຢັ້ງຢືນຄຸນຄ່າທີ່ພົ້ນເດັ່ນທົ່ວໂລກຂອງມໍລະດົກເທົ່ານັ້ນເປີດໂອກາດດຶງດູດແຂກທ່ອງທ່ຽວສາກົນທີ່ມີຄຸນນະພາບສູງອີກດ້ວຍ.








