• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ “60 ປີແຫ່ງວັນກໍ່ສ້າງເຮືອນຮ້ານປະທານໂຮ່ຈີມິນ ໃນເຂດທຳນຽບປະທານປະເທດ”

ງານວາງສະແດງ “60 ປີແຫ່ງວັນກໍ່ສ້າງເຮືອນຮ້ານປະທານໂຮ່ຈີມິນໃນເຂດທຳນຽບປະທານປະເທດ” ໄດ້ສະແດງບັນດາຮູບຖ່າຍກ່ຽວກັບການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ


ບ່ອນວາງສະແດງຮູບຖ່າຍ ສະເຫຼີມສະຫຼອງວັນກໍ່ສ້າງເຮືອນຮ້ານປະທານໂຮ່ຈີມິນ ຄົບຮອບ 60 ປີ

(ພາບ: Thanh Tùng/TTXVN)

ວັນທີ 11 ພຶດສະພາ, ເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ ທີ່ທຳນຽບປະທານປະເທດໄດ້ຈັດຕັ້ງງານວາງສະແດງ ແລະ ກອງປະຊຸມສຳມະນາວິທະຍາສາດດ້ວຍຫົວຂໍ້ວ່າ “60 ປີແຫ່ງວັນກໍ່ສ້າງເຮືອນຮ້ານ ປະທານໂຮ່ຈີມິນ ໃນເຂດທຳນຽບປະທານປະເທດ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນກໍ່ສ້າງເຮືອນຮ້ານປະທານໂຮ່ຈີມິນ ຄົບຮອບ 60 ປີ (5/1958 – 5/2018); ສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19/5/1890 – 19/5/2018).

        ງານວາງສະແດງ “60 ປີແຫ່ງວັນກໍ່ສ້າງເຮືອນຮ້ານປະທານໂຮ່ຈີມິນໃນເຂດທຳນຽບປະທານປະເທດ” ໄດ້ສະແດງບັນດາຮູບຖ່າຍກ່ຽວກັບການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ ຕິດພັນກັບເຮືອນຮ້ານຈາກ “ນະຄອນຫຼວງແຫ່ງການຕໍ່ຕ້ານຢູ່ ຫວຽດບັກ ຈົນຮອດເວລາເພິ່ນ ກັບເມືອນະຄອນຫຼວງ ຮ່າໂນ້ຍ.”

        ກອງປະຊຸມສຳມະນາວິທະຍາສາດ “60 ປີແຫ່ງວັນກໍ່ສ້າງເຮືອນຮ້ານປະທານໂຮ່ຈີມິນໃນເຂດທຳນຽບປະທານປະເທດ” ໄດ້ຮັບການຈັດຕັ້ງແນໃສ່ຍົກສູງຄຸນນະພາບໃນວຽກງານອະນຸລັກຮັກສາ, ໂຄສະນາ, ເສີມຂະຫຍາຍຄຸນຄ່າຂອງປູຊະນີຍະສະຖານລະດັບຊາດພິເສດກ່ຽວກັບປະທານໂຮ່ຈີມິນ.

(ແຫຼ່ງຄັດຈາກ VOV)


ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ ຕີລາຄາວ່າ ໂລກພວມຢືນຢູ່ຕໍ່ໜ້າບັນດາການຫັນປ່ຽນມີລັກສະນະບາດລ້ຽວດ້ານເສດຖະກິດ, ເຕັກໂນໂລຊີ ແລະ ພູມສາດການເມືອງ…

Top