ຂ່າວສານ
ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່
ສະຫາຍ ທອງລຸນ ສີສຸລິດ ສືບຕໍ່ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາລະປີ 2026-2030; ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ XII ໄດ້ເລືອກຕັ້ງເອົາ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ເປັນຜູ້ປະຈຳການຄະນະເລຂາທິການສູນກາງພັກ; ສະຫາຍ ວັນໄຊ ພອງສະຫວັນ ເປັນປະທານຄະນະກວດກາສູນກາງພັກ. ຄະນະກວດກາສູນກາງພັກ ສະໄໝທີ XII ປະກອບມີຮອງປະທານທັງໝົດ 06 ສະຫາຍ.
ພ້ອມກັນນັ້ນ, ໃນກອງປະຊຸມຄັ້ງປະຖົມມະລຶກ, ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຍັງໄດ້ເລືອກຕັ້ງເອົາ ກົມການເມືອງສູນກາງພັກ ຈຳນວນ 13 ສະຫາຍ ແລະ ຄະນະເລຂາທິການສູນກາງພັກ ຈຳນວນ 11 ສະຫາຍ.
ກ່ອນໜ້ານັ້ນ, ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຈຳນວນ 73 ສະຫາຍ ແລະ ກໍາມະການສຳຮອງ 15 ສະຫາຍ.







