• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫະປະຊາຊາດກະຕຸກຊຸກຍູ້ບັນດາປະເທດປະກາດສະພາວະສຸກເສີນກ່ຽວກັບດິນຟ້າອາກາດ

ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ອານໂຕນີ ກູເຕີແລັດ ຢືນຢັນວ່າ  “ບໍ່ມີໃຜຈະສາມາດປະຕິເສດຄວາມຈິງທີ່ໂລກ ພວມປະເຊີນໜ້າກັບສະພາວະສຸກເສີນ. ນີ້ແມ່ນເຫດຜົນທີ່ວ່າ ເປັນຫຍັງໃນມື້ນີ້ຂ້າພະເຈົ້າໄດ້ຮຽກຮ້ອງໃຫ້ບັນດາການນຳໃນທົ່ວໂລກ ຈົ່ງປະກາດສະພາວະສຸກເສີນກ່ຽວກັບດິນຟ້າອາກາດຢູ່ປະເທດຂອງຕົນຈົນກວ່າທີ່ບັນລຸເປົ້າໝາຍທີ່ໄດ້ວາງອອກ”.

 ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ອານໂຕນີ ກູເຕີແລັດ

ກ່າວຄຳເຫັນໄຂກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດທີ່ຈັດຂຶ້ນຕາມຮູບການອອນລາຍເມື່ອວັນທີ 12 ທັນວາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ອານໂຕນີ ກູເຕີແລັດ ຢືນຢັນວ່າ  “ບໍ່ມີໃຜຈະສາມາດປະຕິເສດຄວາມຈິງທີ່ໂລກ ພວມປະເຊີນໜ້າກັບສະພາວະສຸກເສີນ. ນີ້ແມ່ນເຫດຜົນທີ່ວ່າ ເປັນຫຍັງໃນມື້ນີ້ຂ້າພະເຈົ້າໄດ້ຮຽກຮ້ອງໃຫ້ບັນດາການນຳໃນທົ່ວໂລກ ຈົ່ງປະກາດສະພາວະສຸກເສີນກ່ຽວກັບດິນຟ້າອາກາດຢູ່ປະເທດຂອງຕົນຈົນກວ່າທີ່ບັນລຸເປົ້າໝາຍທີ່ໄດ້ວາງອອກ”. ຕາມທ່ານເລຂາທິການໃຫ່ຍ ກູເຕີແລັດແລ້ວ, ບັນດາບ້ວງເງິນຟື້ນຟູເສດຖະກິດໄດ້ຖືກຍົກອອກມາໃນສະພາບການໂລກລະບາດໂຄວິດ - 19 ພວມຄຸກຄາມທົ່ວໂລກ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາປະເທດຍູ້ໄວ ຂະບວນວິວັດແຫ່ງການຫັນປ່ຽນສູ່ອະນາຄົດ ທີ່ມີປະລິມານກາກບອນຕ່ຳ. ເຖິງຢ່າງໃດກໍ່ຕາມທ່ານໄດ້ກ່າວເຕືອນຂະບວນວິວັດທີ່ໄດ້ເກີດຂຶ້ນບໍ່ໄວພຽງພໍ. ການນຳສະຫະປະຊາຊາດໄດ້ຊີ້ແຈ້ງວ່າ ມາຮອດປັດຈຸບັນມີກວ່າ 50% ບ້ວງເງິນກະຕຸ້ນແລະຊ່ວຍກູ້ພື້ນຖານເສດຖະກິດ ຂອງບັນດາປະເທດພາຄີໃນກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ກໍ່ພົ້ນເດັ່ນຂຶ້ນແຖວໜ້າໃນໂລກ (G20) ແມ່ນຈ່າຍໃຫ້ແກ່ບັນດາຂົງເຂດທີ່ກ່ຽວຂ້ອງເຖິງການຂຸດຄົ້ນແລະ ຈຳໜ່າຍພະລັງງານນ້ຳມັນອາຍແກັດ, ຖ່ານຫີນແທນທີ່ພະລັງງານທີ່ມີກາກບອນຕ່ຳ. ຕາມທ່ານແລ້ວ, ສິ່ງນີ້ ບໍ່ອາດຮັບຮູ້ໄດ້.
(ແຫຼ່ງຄັດຈາກ VOV)

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ

Top