• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫະປະຊາຊາດ ສ້າງເງື່ອນໄຂໃຫ້ແກ່ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ສໍາຫຼວດເສັ້ນທາງລົດໄຟຮ່ວມ

      .ເກົາຫຼີ ໄດ້ສະເໜີຂໍຍົກເວັ້ນການລົງໂທດດັ່ງກ່າວ ເພື່ອສາມາດຂົນສົ່ງນໍ້າມັນ ແລະ ບັນດາອຸປະກອນອື່ນທີ່ຈໍາເປັນ ເພື່ອຮັບໃຊ້ໃຫ້ແກ່ວຽກງານການສໍາຫຼວດເສັ້ນທາງລົດໄຟ ຢູ່ ສປປ.ເກົາຫຼີ
ກອງປະຊຸມຂອງ ສະພາຄວາມໝັ້ນຄົງ ສປຊ ທີ່ນິວຢອກ, ອາເມລິກາ (ພາບ: THX/ TTXVN)le='font-size:12.0pt;font-family:"Helvetica","sans-serif";mso-fareast-font-family: "Times New Roman";color:#333333'> ຢູ່ ສປປ.ເກົາຫຼີ
      ວັນທີ 23 ພະຈິກ, ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ຕົກລົງຍົກເວັ້ນການລົງໂທດ ເພື່ອສ້າງເງື່ອນໄຂໃຫ້ ສ.ເກົາຫຼີ ແລະ ສປປ. ເກົາຫຼີ ດໍາເນີນການສໍາຫຼວດ, ເພື່ອແນໃສ່ເຊື່ອມຕໍ່ ບັນດາເສັ້ນທາງລົດໄຟ ລະຫວ່າງ ສ.ເກົາຫຼີ ແລະ ສປປ. ເກົາຫຼີ ຄືນໃໝ່. ຂໍ້ຕົກລົງ ຍົກເວັ້ນການລົງໂທດດັ່ງກ່າວ ໄດ້ຮັບການຮັບຮອງເອົາ ດ້ວຍຄວາມເຫັນດີເຫັນພ້ອມຈາກ ຄະນະກໍາມະການລົງໂທດ ສປປ.ເກົາຫຼີ ຂອງ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ, ສ້າງເງື່ອນໄຂໃຫ້ແກ່ການສໍາຫຼວດ ແລະ ພິທີເລີ່ມລົງມືກໍ່ສ້າງ ເຊິ່ງຈະດໍາເນີນກ່ອນທີ່ໂລກຈະກ້າວເຂົ້າສູ່ປີ 2019.
        ກ່ອນໜ້ານັ້ນ, ສ.ເກົາຫຼີ ໄດ້ສະເໜີຂໍຍົກເວັ້ນການລົງໂທດດັ່ງກ່າວ ເພື່ອສາມາດຂົນສົ່ງນໍ້າມັນ ແລະ ບັນດາອຸປະກອນອື່ນທີ່ຈໍາເປັນ ເພື່ອຮັບໃຊ້ໃຫ້ແກ່ວຽກງານການສໍາຫຼວດເສັ້ນທາງລົດໄຟ ຢູ່ ສປປ.ເກົາຫຼີ.  ການເຄື່ອນໄຫວສໍາຫຼວດດັ່ງກ່າວ ໄດ້ຮັບຄວາມເຫັນດີເປັນເອກະພາບຈາກ ສ.ເກົາຫຼີ ແລະ ສປປ. ເກົາຫຼີ ກ່ອນທ້າຍເດືອນ ຕຸລາ ຜ່ານມາ ແລະ ຈະຈັດພິທີເລີ່ມລົງມືກໍ່ສ້າງໃນ ທ້າຍເດືອນ ພະຈິກ ຫາ ຕົ້ນເດືອນທັນວາ ຈະມາເຖິງ, ແຕ່ບັນດາຄໍາສັ່ງລົງໂທດໄດ້ເຮັດໃຫ້ແຜນການນີ້ຖືກໂຈະໄວ້.
 (ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top