• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຄົມນັກດົນຕີຫວຽດນາມມອບລາງວັນດົນຕີປີ 2016


ບັນ​ດາ​ນັກ​ປະ​ພັນດົນ​ຕີ​ໄດ້​ຮັບ​ລາງວັນ A

      ຕອນ​ຄ່ຳ​ວັນ​ທີ 7/1, ຢູ່​ໂຮງ​ລະ​ຄອນ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ທີ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ນັກ​ດົນ​ຕີ​ຫວຽດ​ນາມ​ໄດ້​ຈັດ​ພິ​ທີ​ມອບ​ລາງວັນ​ດົນ​ຕີ​ປີ 2016 ໃຫ້​ແກ່ 70 ບົດ​ເພງ ແລະ ດົນ​ຕີ​ລະ​ຄອນ​ທີ່​ດີ​ເດັ່ນ​ກວ່າ​ໝູ່. ສຳ​ລັບ​ລາງວັນ​ໃຫ້​ແກ່​ບົດ​ເພງ, ມີ 2 ລາງວັນ A ຊຶ່ງ​ໄດ້​ແກ່​ບົດ​ເພງ “ຢຶດ​ເອົາ​ຜູ້​ສາວ​ມາ​ເປັນ​ເມຍ​ຍາມ​ລະ​ດູ​ຄວາມ​ຮັກ” ຂອງ​ແມ້ງ​ເກືອງ, ແລະ ບົດ​ເພງ “ ພາກ​ຕາ​ເວັນ​ຕົກ​ຍາມ​ແດນ​ຮ້ອນ ” ຂອງ ກວາງ​ແທງ​ຢາງ. ສຳ​ລັບ​ບົດ​ເພງ​ສະ​ຫງວນ​ໃຫ້​ເດັກ ກໍ​ມີ2 ລາງວັນ A ເຊັ່ນ​ກັນ. ສວ່ນ​ບົດ​ດົນ​ຕີລະ​ຄອນ “ ໃບ​ໄມ້​ແດງ” ຂອງ ນັກ​ດົນ​ຕີ​ໂດ້​ຮົ່ງ​ກວນ ກໍ​ໄດ້​ຮັບລາງວັນ A . ນັກ​ດົນ​ຕີ​ດຶກ​ຈິ້ງ ປະ​ທານ​ສະ​ມາ​ຄົມ​ສິ​ລະ​ປະ ໃຫ້​ຮູ້​ວ່າ : 
“ ສຳ​ລັບ​ການ​ຜະ​ລິດ​ລາຍ​ການ​ສະ​ແດງ, ອັດ​ສຽງ​ກໍ​ມີ​ຄວາມ​ກ້າວ​ໜ້າຫຼາຍ, ຄຸນ​ນະ​ພາບ​ຂອງ​ບົດ​ດົນ​ຕີ​ກໍ​ສູງກວ່າ​ເມື່ອ​ທຽງ​ໃສ່​ປີ​ກ່ອນໆ. ສຳ​ລັບ​ຂົງ​ເຂດ​ທິດ​ສະ​ດີ​ວິ​ຈານ ແມ່ນ​ຍັງ​ບໍ່​ທັນ​ມີ​ບົດ​ລົງ​ເລິກ​ກ່ຽວ​ກັບ​ຫົວ​ເລື່ອງ​ດົນ​ຕີ​ພື້ນ​ເມືອງ, ດົນ​ຕີ​ທັນ​ສະ​ໄໝ, ຊຶ່ງ​ຕົ້ນ​ຕໍ​ແມ່ນ​ປຶ້ມ, ຫຼັກ​ສູດ​ການ​ສອນ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ​ດົນ​ຕີ​ກ່ຽວ​ກັບ ດົນ​ຕີ​ພື້ນ​ເມືອງ, ດົນ​ຕີ​ຝ່າຍຕາ​ເວັນ​ອອກ ”.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top