
ຜູ້ແທນປ່ອນບັດເລືອກຕັ້ງ ຄະນະປະຕິບັດງານຊຸດທີ X
(ພາບ: Pham Kien ນັກຂ່າວ TTXVN ປະຈໍາ ລາວ)
ກອງປະຊຸມໄດ້ຮັບຮອງເອົາບົດລາຍງານສະຫຼຸບວຽກງານການເຄື່ອນໄຫວຂອງສະມາຄົມ ຊຸດທີ IX ແລະ ທິດທາງວຽກງານການເຄື່ອນໄຫວຂອງສະມາຄົມຊຸດທີ X, ອາຍຸການ 2018 – 2022. ບົດລາຍງານໄດ້ຊີ້ແຈ້ງວ່າ ໃນອາຍຸຸການຜ່່ານມາ, ສະມາຄົມປະຕິບັດ ວຽກງານການເຄື່ອນໄຫວວົງຄະນະຍາດ, ຮັກສາ, ເສີມຂະຫຍາຍ ແລະ ປົກປັກຮັກສາສີສັນທີ່ເປັນເອກະລັກສະເພາະຂອງຊາດຫວຽດນາມ ໃຫ້ເປັນຢ່າງດີ; ຈັດຕັ້ງ ແລະ ເຂົ້າຮ່ວມບັນດາງານບຸນ, ພົບປະກັບພໍ່ແມ່່ປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ ເນື່ອງໃນໂອກາດວັນບຸນຄັ້ງຕ່າງໆຂອງປະເທດຊາດ.
ກອງປະຊຸມໃຫຍ່ໄດ້ເລືອກຕັ້ງເອົາຄະນະປະຕິບັດງານຊຸດທີ X ເຊິ່ງລວມມີສະມາຊິກ 9 ຄົນ, ໃນນັ້ນ ທ່ານເລວັນມຸ່ຍ ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມຊາວຫວຽດນາມຢູ່ນະຄອນຫຼວງວຽງຈັນ ຊຸດທີ X.
(ແຫຼ່ງຄັດຈາກ VOV)