• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍຮູບເງົາ (ສະບັບປັບປຸງ)

ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍຮູບເງົາ (ສະບັບປັບປຸງ) ບັນດາສະມາຊິກສະພາແຫ່ງຊາດສະເໜີວ່າ ຄວນຮັບຮູ້ຮູບເງົາພາຍໃຕ້ມູມມອງທັງແມ່ນຂະແໜງສິລະປະທີ່ມີຫົວຄິດປະດິດສ້າງ, ທັງແມ່ນຂະແໜງເສດຖະກິດ.
ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 23 ຕຸລາ. (ພາບ: TTXVN)

ໂດຍສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 23 ຕຸລາ, ສະພາແຫ່ງຊາດໄດ້ຮັບຟັງທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ໂດຍໄດ້ຮັບການມອບສິດຈາກນາຍົກລັດຖະມົນຕີຂຶ້ນລາຍງານໃບສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍຮູບເງົາ (ສະບັບປັບປຸງ).

        ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍຮູບເງົາ (ສະບັບປັບປຸງ) ບັນດາສະມາຊິກສະພາແຫ່ງຊາດສະເໜີວ່າ ຄວນຮັບຮູ້ຮູບເງົາພາຍໃຕ້ມູມມອງທັງແມ່ນຂະແໜງສິລະປະທີ່ມີຫົວຄິດປະດິດສ້າງ, ທັງແມ່ນຂະແໜງເສດຖະກິດ. ບັນຫາຮູບເງົາແຜ່ຫຼາຍໃນອິນເຕີແນັດໄດ້ຮັບຄວາມສົນໃຈຈາກສະມາຊິກສະພາແຫ່ງຊາດຫຼາຍທ່ານ. ທ່ານນາງ ຫງວຽນທິກິມແອັງ, ສະມາຊິກສະພາແຫ່ງຊາດແຂວງ ບັກນິງ, ສະເໜີວ່າ:

        “ໃນຕົວຈິງຮູບເງົາໃນອິນເຕີແນັດແມ່ນມີຫຼາຍເປັນສິບ, ເປັນຮ້ອຍເລື່ອງຕໍ່ວັນ ເຮັດໃຫ້ເກີນຄວາມສາມາດໃຫ້ແກ່ສະພາປະເມີນຜົນ. ໜ້າທີ່ຄວາມຮັບຜິດຊອບຂອງສະພາປະເມີນຜົນແມ່ນສະເໜີໃຫ້ກຳນົດໜ້າທີ່ຄວາມຮັບຜິດຊອບຂອງສ່ວນບຸກຄົນ, ນັກຄຸ້ມຄອງໃຫ້ຈະແຈ້ງ. ສ່ວນສະພາປະເມີນຜົນມີແຕ່ຮັບຜິດຊອບລວມ.”

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ເຫັນດີເຫັນພ້ອມກັບຄວາມຈຳເປັນຕ້ອງປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍການແຂ່ງຂັນຍ້ອງຍໍ.

ຕອນບ່າຍ, ສະພາແຫ່ງຊາດໄດ້ປຶກສາຫາລືແບບທາງໄກ ກ່ຽວກັບບົດລາຍງານວຽກງານຂອງປະທານສານປະຊາຊົນສູງສຸດ.

ໂດຍສືບຕໍ່ລາຍການເຮັດວຽກ, ວັນທີ 23 ຕຸລາ, ສະພາແຫ່ງຊາດໄດ້ຮັບຟັງ ແລະ ປຶກສາຫາລືບົດລາຍງານກ່ຽວກັບການເຄື່ອນໄຫວຍຸຕິທຳປີ 2021, ບົດລາຍງານກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳ ແລະ ການກະທຳລະເມີດກົດໝາຍປີ 2021, ບົດລາຍງານວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2021…

(ແຫຼ່ງຄັດຈາກ VOV)


ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ກອງປະຊຸມຄະນະປະຈຳ ICAPP ຄັ້ງທີ 43 ສຸມໃສ່ຕີລາຄາຄືນໃໝ່ການເຄື່ອນໄຫວຂອງ ICAPP ພາຍຫຼັງກອງປະຊຸມຄົບຄະນະຄັ້ງທີ 12 (ທ້າຍປີ 2024).

Top