ຂ່າວສານ
ສະພາແຫ່ງຊາດ ລົງຄະແນນສຽງ ຮັບຮອງເອົາ ກົດໝາຍວ່າດ້ວຍ ນ້ຳມັນແລະ ອາຍແກັສ (ສະບັບປັບປຸງ) ດ້ວຍຄະແນນສຽງເຫັນດີສູງ
ຊີ້ນໍາເນື້ອໃນ ການລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍນໍ້າມັນ ແລະ ອາຍແກັສ (ສະບັບປັບປຸງ) ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ໄດ້ຊີ້ແຈງວ່າ ຂະບວນການຮັບເອົາ ແລະ ດັດແກ້ຮ່າງກົດ ໝາຍ ໄດ້ດໍາເນີນໄປຢ່າງເຂັ້ມງວດ. ຮ່າງກົດໝາຍ ລວມມີ 11 ໝວດ, 69 ມາດຕາ.
ຜົນການລົງຄະແນນສຽງ ດ້ວຍເອເລັກໂຕຣນິກ ທີ່ກອງປະຊຸມສະແດງໃຫ້ເຫັນວ່າ ຜູ້ແທນສະພາແຫ່ງຊາດ 472 ຄົນໄດ້ຮັບຮອງເອົາກົດໝາຍດັ່ງ ກ່າວ, ກວມ 94,78%. ດັ່ງນັ້ນ, ກົດໝາຍວ່າດ້ວຍນ້ຳມັນ ແລະ ອາຍແກັສ (ສະບັບປັບປຸງ) ໄດ້ຖືກຮັບຮອງຢ່າງເປັນທາງການ ດ້ວຍຄະແນນສຽງ ເຫັນດີສູງ.
ລາຍງານຮັບເອົາຊີ້ແຈງ ກ່ອນສະພາແຫ່ງຊາດ ຈະລົງຄະແນນສຽງ, ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ສະເໜີບົດລາຍງານການຮັບເອົາ, ດັດແກ້ ແລະ ອະທິບາຍ ກ່ຽວກັບຮ່າງກົດໝາຍວ່າດ້ວຍນໍ້າມັນ ແລະ ອາຍແກັສ (ສະບັບປັບປຸງ), ທ່ານຫົວໜ້າຄະນະກໍາມາທິການເສດຖະກິດ ຫວູຮົ່ງແທງ ໄດ້ເນັ້ນໜັກວ່າ ໃນກອງປະຊຸມຄັ້ງທີ 4, ສະພາແຫ່ງຊາດ ໄດ້ປຶກສາຫາລື ກ່ຽວກັບຮ່າງກົດໝາຍວ່າດ້ວຍນໍ້າມັນ ແລະ ອາຍແກັສ (ສະ ບັບປັບປຸງ) ບົນພື້ນຖານ 13 ຄວາມຄິດເຫັນ ຂອງ ຜູ້ແທນສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ ໄດ້ຊີ້ນໍາອົງການຮັບຜິດຊອບກວດ ກາ, ອົງການສ້າງຮ່າງກົດໝາຍ ແລະ ບັນດາອົງການ, ສໍານັກງານທ່ີກ່ຽວ ຂ້ອງຮັບເອົາ, ດັດແກ້ຮ່າງກົດໝາຍ.
ທ່ານປະທານກຳມາທິການເສດຖະກິດ ຫວູຮົ່ງແທ່ງ ໃຫ້ຮູ້ວ່າ ຮ່າງລະ ບຽບການ ໄດ້ເພີ່ມເຕີມ ຂໍ້ກຳນົດ ກ່ຽວກັບນາຍົກລັດຖະມົນຕີ ຕົກລົງ ກົນໄກຊີ້ນຳບໍລິຫານ ການເຄື່ອນໄຫວຂຸດຄົ້ນບໍ່ແຮ່, ກຸ່ມບໍ່ແຮ່, ກຸ່ມນໍ້າມັນ ແລະ ອາຍແກັສ. ພ້ອມກັນນັ້ນ, ທ່ານຍັງເນັ້ນໜັກວ່າ ນີ້ແມ່ນນະໂຍບາຍ ໜັກວ່າ ນີ້ແມ່ນນະໂຍບາຍໃໝ່ ຂອງ ຮ່າງກົດໝາຍ ທີ່ມີຫຼາຍເນື້ອໃນ ມີລັກສະນະກ້າວກະໂດດ, ແມ່ນພື້ນຖານນິຕິກຳ ທີ່ຈຳເປັນ ເພື່ອຂຸດຄົ້ນຊັບພະຍາກອນ ນ້ຳມັນ ແລະ ອາຍແກັສ ຢ່າງມີປະສິດທິຜົນຍິ່ງຂຶ້ນ, ປະ ກອບສ່ວນເພີ່ມລາຍຮັບ ເຂົ້າງົບປະມານແຫ່ງລັດ ໃນສະພາບການຄາດວ່າ ໃນຊຸມປີຕໍ່ໜ້າ ມີບໍ່ນ້ຳມັນ ແລະ ອາຍແກັສ ຫຼາຍແຫ່ງ ຢູ່ໃນໄລຍະທ້າຍ ຂອງ ການຂຸດຄົ້ນ ແລະ ກ້າວໄປສູ່ການຂຸດຄົ້ນຈົນໝົດ.
ອະທິບາຍບາງບັນຫາສະເພາະ, ທ່ານປະທານກຳມາທິການເສດຖະກິດ ຫວູຮົ່ງແທງ ໃຫ້ຮູ້ວ່າ ນະໂຍບາຍກ່ຽວກັບການຂຸດຄົ້ນບໍ່ແຮ່, ກຸ່ມບໍ່ແຮ່, ກຸ່ມນໍ້າມັນ ແລະ ອາຍແກັສ ຢ່າງເຕັມທີ່, ຄະນະປະຈຳສະພາແຫ່ງຊາດເຫັນວ່າ ນີ້ແມ່ນນະໂຍບາຍໃໝ່ ຂອງຮ່າງກົດໝາຍ ທີ່ມີຫຼາຍເນື້ອໃນ ທີ່ມີລັກສະນະກະໂດດຂັ້ນ, ແມ່ນພື້ນຖານນິຕິກຳ ທີ່ຈຳເປັນ ເພື່ອຂຸດຄົ້ນຊັບ ພະຍາກອນ ນ້ຳມັນ ແລະ ອາຍແກັສ ຢ່າງມີປະສິດທິຜົນຍິ່ງຂຶ້ນ, ປະກອບ ສ່ວນເພີ່ມລາຍຮັບເຂົ້າງົບປະມານແຫ່ງລັດ ໃນສະພາບການຄາດວ່າ ໃນຊຸມປີຕໍ່ໜ້າ ມີບໍ່ນ້ຳມັນ ແລະ ອາຍແກັສ ຫຼາຍແຫ່ງ ຢູ່ໃນໄລຍະທ້າຍ ຂອງ ການຂຸດຄົ້ນ ແລະ ກ້າວໄປສູ່ການຂຸດຄົ້ນ ຈົນໝົດ.
ຄະນະປະຈຳສະພາແຫ່ງຊາດ ສະເໜີ ໃຫ້ລັດຖະບານ ຮັບເອົາຄຳເຫັນຂອງຜູ້ແທນສະພາແຫ່ງຊາດ, ຊີ້ນຳບັນດາອົງການ ສືບຕໍ່ປັບປຸງເນື້ອໃນນີ້ ໃສ່ຮ່າງດຳລັດ ແລະ ກວດຄືນ, ອອກບັນດາເອກະສານຍ່ອຍອື່ນໆ ທີ່ກ່ຽວ ຂ້ອງ, ຖືເປັນສຳຄັນ ບັນດາ ຂໍ້ກຳນົດ ແນໃສ່ຮັບປະກັນ ການເຄື່ອນໄຫວຂຸດຄົ້ນຈົນໝົດ ຢ່າງມີປະສິດທິຜົນ ແລະ ຄວບຄຸມຄ່າໃຊ້ຈ່າຍໃນການ ເຄື່ອນໄຫວ ນໍ້າມັນ ແລະ ອາຍແກັສ ຢ່າງເຂັ້ມງວດ.
ກ່ຽວກັບບັນດາການກະທຳ ທ່ີຕ້ອງຫ້າມ, ຮັບເອົາຄຳເຫັນຂອງຜູ້ແທນສະພາແຫ່ງຊາດ, ຮ່າງກົດໝາຍ ໄດ້ປະກອບເພີ່ມເຕີມ ການສືບສວນຂັ້ນພື້ນຖານ ກ່ຽວກັບນໍ້າມັນ ແລະ ອາຍແກັສ ແລະ ເຄື່ອນໄຫວນໍ້າມັນ ແລະ ອາຍແກັສ ກໍ່ໃຫ້ເກີດມົນລະພິດຕໍ່ສິ່ງແວດລ້ອມ ໃນຂໍ້ 2, ມາດຕາ 9 ຂອງ ຮ່າງກົດໝາຍ.ກ່ຽວກັບສັນຍານໍ້າມັນ ແລະ ອາຍແກັສ, ຮັບເອົາຄໍາຄິດເຫັນ ຂອງ ຜູ້ແທນສະພາແຫ່ງຊາດ, ມາດຕາ31 ຂອງ ຮ່າງກົດໝາຍໄດ້ຮັບການປັບປຸງ ໃນທິດທາງກໍານົດ 02 ຂໍ້ (ຂໍ້ທີ 6 ແລະ ຂໍ້ 7) ກ່ຽວກັບພັນທະ ຂອງ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ໃນການຕັດສິນໃຈ ກໍານົດໄລຍະເວລາ ໂຈະຊົ່ວ ຄາວ ການຈັດຕັ້ງປະຕິບັດບາງສິດ ແລະ ພັນທະ ໃນສັນຍາ ນ້ຳມັນ ແລະ ອາຍແກັສ ໃນ 02 ກໍລະນີຄື: 1 ສຸດວິໄສ ແລະ ຍ້ອນເຫັດຜົນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນຄວາມເໝາະສົມ ແລະ ເຂັ້ມງວດ.
ກ່ຽວກັບນະໂຍບາຍບຸລິມະສິດ ໃນການເຄື່ອນໄຫວນ້ຳມັນ ແລະ ອາຍແກັສ, ຮ່າງກົດໝາຍ ໄດ້ປັບປຸງດັດແກ້ທາງດ້ານເຕັກນິກໃນຂໍ້ 1, ມາດຕາ 67 ເພື່ອຮັບປະກັນວ່າ ເອກະສານທາງເຕັກນິກ ແມ່ນຖືກຕ້ອງ, ບໍ່ສົ່ງຜົນກະທົບຕໍ່ເນື້ອໃນອື່ນໆ ຂອງກົດໝາຍວ່າດ້ວຍອາກອນລາຍຮັບວິສາຫະກິດ ເມື່ອປະຕິບັດເປັນເອກະພາບ. ສຳລັບນະໂຍບາຍບຸລິມະສິດ ລົງທຶນ ແລະ ບຸລິມະສິດ ລົງທຶນ ພິເສດ ໃນການເຄື່ອນໄຫວນໍ້າມັນ ແລະ ອາຍແກັສ, ຈະຕ້ອງຮັກສາຂໍ້ກຳນົດປັບປຸງ, ປະກອບເພີ່ມເຕີມໃນຂໍ້ 3, ມາດ ຕາ 10 ຂອງ ກົດໝາຍວ່າດ້ວຍ ອາກອນລາຍຮັບວິສາຫະກິດ ຕາມທີ່ໄດ້ຍື່ນສະເໜີ, ບໍ່ກຳນົດ ໂດຍກົງນະໂຍບາຍບຸລິມະສິດ ລົງທຶນ ແລະ ບຸລິມະ ສິດ ລົງທຶນພິເສດ ໃນການເຄື່ອນໄຫວ ນໍ້າມັນ ແລະ ອາຍແກັສ ໃນກົດ ໝາຍວ່າດ້ວຍ ອາກອນລາຍຮັບວິສາຫະກິດ ເພາະວ່າໄດ້ມີຄວາມຕິດພັນກັບ ເປົ້າໝາຍບຸລິມະສິດ ສະເພາະ ທີ່ລະບຸໄວ້ ໃນມາດຕາ 53 ຂອງ ຮ່າງກົດໝາຍວ່າດ້ວຍນ້ຳມັນ ແລະ ອາຍແກັສ (ສະບັບປັບປຸງ).
ກ່ຽວກັບພັນທະຂອງຜູ້ຮັບເໝົາ, ປະທານກຳມາທິການເສດຖະກິດ ຫວູຮົ່ງແທ່ງ ໃຫ້ຮູ້ວ່າ: ໃນຂໍ້ 12, ມາດຕາ 59 ໄດ້ກຳນົດພັນທະຂອງຜູ້ຮັບເໝົາ ເຊັນສັນຍານ້ຳມັນ ແລະ ອາຍແກັສ ເພື່ອຈັດຕັ້ງ ການຄັດເລືອກ ຜູ້ຮັບ ເໝົາສະໜອງການບໍລິການ, ສິນຄ້າ ນ້ຳມັນ ແລະ ອາຍແກັສ ຮັບໃຊ້ການ ເຄື່ອນໄຫວ ນຳ້ມັນ ແລະ ອາຍແກັສ ກ່ອນອື່ນໝົດ ຕ້ອງຮັບປະກັນຫຼັກການແຂ່ງຂັນ, ສະເໝີພາບ, ໂປ່ງໃສ, ປະສິດທິຜົນ, ພ້ອມກັນ ແລະ ສອດ ຄ່ອງ ກັບສັນຍານ້ໍາມັນອາຍແກັສ ເນື່ອງຈາກວ່າ ສັນຍານ້ໍາມັນ ແລະ ອາຍແກັສ ພຽງແຕ່ ກໍານົດຫຼັກການລວມ ກ່ຽວກັບເນື້ອໃນນີ້ ແລະ ນັກລົງທຶນແຕ່ລະຄົນ ມີລະບຽບການສະເພາະ ເພື່ອເລືອກ ຜູ້ຮັບເຫມົາ ສະໜອງບໍລິການ, ສິນຄ້າ ນ້ຳມັນ ແລະ ອາຍແກັສ ຮັບໃຊ້ ການເຄື່ອນໄຫວ ນ້ຳມັນ ແລະ ອາຍແກັສ.ກ່ຽວກັບການຄຸ້ມຄອງແຫ່ງລັດ ວ່າດ້ວຍນ້ຳມັນ ແລະ ອາຍແກັສ, ຮ່າງກົດໝາຍພຽງແຕ່ກຳນົດ ພາລະຂອງຄະນະກຳມະການຄຸ້ມຄອງທຶນ ແຫ່ງລັດ ຢູ່ວິສາຫະກິດ (ມາດຕາ 66) ຕິດພັນກັບຂໍ້ກຳນົດແບ່ງຂັ້ນ ໃຫ້ສະພາສະ ມາຊິກ ກຸ່ມບໍລິສັດນ້ຳມັນ ແລະ ອາຍແກັສ ຫວຽດນາມ ໃນການເຄື່ອນໄຫວນ້ຳມັນ ແລະ ອາຍແກັສ (ມາດຕາ 63) ມີເນື້ອໃນທີ່ແຕກຕ່າງ ກັບຂໍ້ກຳນົດ ໃນກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ທຶນຂອງລັດ ລົງທຶນໃນການຜະລິດ ແລະ ດຳເນີນທຸລະກິດຢູ່ວິສາຫະກິດ.
ຮ່າງກົດໝາຍ ບໍ່ໄດ້ກຳນົດເງື່ອນໄຂກ່ຽວກັບທຶນ ຂອງ ກຸ່ມບໍລິສັດນ້ຳມັນແລະ ອາຍແກັສ ຫວຽດນາມ ເມື່ອໂອນ ຫຼື ຮັບໂອນ ສິດຜົນປະໂຫຍດ ເຂົ້າຮ່ວມ ແລະ ຄວາມຮັບຜິດຊອບ ຂອງ ຄະນະກຳມາທິການຄຸ້ມຄອງທຶນແຫ່ງລັດ ຢູ່ວິສາຫະກິດປະກອບຄຳເຫັນໃສ່ ເນື້ອໃນນີ້.
ນອກຈາກເນື້ອໃນດັ່ງກ່າວ, ຄະນະກຳມະການ ປະຈຳສະພາ ແຫ່ງຊາດ ຍັງໄດ້ຊີ້ນໍາໃຫ້ອົງການທີ່ຮັບຜິດຊອບວຽກງານກວດກາ, ອົງການຮຽບຮຽງຮ່າງກົດໝາຍ ແລະ ບັນດາອົງການທີ່ກ່ຽວຂ້ອງ ກວດຄືນຢ່າງລະອຽດຂໍ້ກຳນົດໃນມາດຕາ 69 ວ່າດ້ວຍການຫັນປ່ຽນ ແລະ ຮັບເອົາກ່ຽວກັບການດັດແກ້ ເຕັກນິກເອກະສານ ແລະ ສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາ ແລະ ຕົກລົງ.