ຂ່າວສານ

ສະພາແຫ່ງຊາດ ລົງຄະແນນສຽງ ຮັບຮອງເອົາ ກົດໝາຍວ່າດ້ວຍ ນ້ຳມັນແລະ ອາຍແກັສ (ສະບັບປັບປຸງ) ດ້ວຍຄະແນນສຽງເຫັນດີສູງ

ຕອນເຊົ້າວັນທີ 14 ພະຈິກ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍນ້ຳມັນ ແລະ ອາຍແກັສ (ສະບັບປັບປຸງ) ດ້ວຍຜູ້ແທນສະພາແຫ່ງຊາດ 472 ຄົນໄດ້ຮັບຮອງເອົາ, ກວມ 94,78%. ກົດໝາຍວ່າດ້ວຍນ້ຳມັນ ແລະ ອາຍແກັສ (ສະບັບປັບປຸງ) ລວມມີ 11 ໝວດ ແລະ 69 ມາດຕາ ຈະມີຜົນສັກສິດນັບແຕ່ວັນທີ 1 ກໍລະກົດ 2023.

ຊີ້ນໍາເນື້ອໃນ ການລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍນໍ້າມັນ ແລະ ອາຍແກັສ (ສະບັບປັບປຸງ) ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ໄດ້ຊີ້ແຈງວ່າ ຂະບວນການຮັບເອົາ ແລະ ດັດແກ້ຮ່າງກົດ ໝາຍ ໄດ້ດໍາເນີນໄປຢ່າງເຂັ້ມງວດ. ຮ່າງກົດໝາຍ ລວມມີ 11 ໝວດ, 69 ມາດຕາ.

ຜົນ​ການ​ລົງ​ຄະ​ແນນ​ສຽງ​ ດ້ວຍເອ​ເລັກ​ໂຕຣ​ນິກ ​ທີ່​ກອງ​ປະຊຸມ​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ແທນ​ສະພາ​ແຫ່ງ​ຊາດ 472 ຄົນ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ດັ່ງ ກ່າວ, ກວມ 94,78%. ດັ່ງນັ້ນ, ກົດໝາຍວ່າດ້ວຍນ້ຳມັນ ແລະ ອາຍແກັສ (ສະບັບປັບປຸງ) ໄດ້ຖືກຮັບຮອງຢ່າງເປັນທາງການ ດ້ວຍຄະແນນສຽງ ເຫັນດີສູງ

ສະພາແຫ່ງຊາດ ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍ ນໍ້າມັນ ແລະ ອາຍແກັສ (ສະບັບປັບປຸງ) ດ້ວຍຄະແນນສຽງເຫັນດີສູງ. 

ລາຍງານຮັບເອົາຊີ້ແຈງ ກ່ອນສະພາແຫ່ງຊາດ ຈະລົງຄະແນນສຽງ, ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ສະເໜີບົດລາຍງານການຮັບເອົາ, ດັດແກ້ ແລະ ອະທິບາຍ ກ່ຽວກັບຮ່າງກົດໝາຍວ່າດ້ວຍນໍ້າມັນ ແລະ ອາຍແກັສ (ສະບັບປັບປຸງ), ທ່ານຫົວໜ້າຄະນະກໍາມາທິການເສດຖະກິດ ຫວູຮົ່ງແທງ ໄດ້ເນັ້ນໜັກວ່າ ໃນກອງປະຊຸມຄັ້ງທີ 4, ສະພາແຫ່ງຊາດ ໄດ້ປຶກສາຫາລື ກ່ຽວກັບຮ່າງກົດໝາຍວ່າດ້ວຍນໍ້າມັນ ແລະ ອາຍແກັສ (ສະ ບັບປັບປຸງ) ບົນພື້ນຖານ 13 ຄວາມຄິດເຫັນ ຂອງ ຜູ້ແທນສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ ໄດ້ຊີ້ນໍາອົງການຮັບຜິດຊອບກວດ ກາ, ອົງການສ້າງຮ່າງກົດໝາຍ ແລະ ບັນດາອົງການ, ສໍານັກງານທ່ີກ່ຽວ ຂ້ອງຮັບເອົາ, ດັດແກ້ຮ່າງກົດໝາຍ.

ທ່ານປະທານກຳມາທິການເສດຖະກິດ ຫວູຮົ່ງແທ່ງ ໃຫ້ຮູ້ວ່າ  ຮ່າງລະ ບຽບການ  ໄດ້ເພີ່ມເຕີມ ຂໍ້ກຳນົດ ກ່ຽວກັບນາຍົກລັດຖະມົນຕີ ຕົກລົງ ກົນໄກຊີ້ນຳບໍລິຫານ ການເຄື່ອນໄຫວຂຸດຄົ້ນບໍ່ແຮ່, ກຸ່ມບໍ່ແຮ່, ກຸ່ມນໍ້າມັນ ແລະ ອາຍແກັສ. ພ້ອມກັນນັ້ນ, ທ່ານຍັງເນັ້ນໜັກວ່າ  ນີ້ແມ່ນນະໂຍບາຍ ໜັກວ່າ ນີ້ແມ່ນນະໂຍບາຍໃໝ່ ຂອງ  ຮ່າງກົດໝາຍ ທີ່ມີຫຼາຍເນື້ອໃນ ມີລັກສະນະກ້າວກະໂດດ, ແມ່ນພື້ນຖານນິຕິກຳ ທີ່ຈຳເປັນ ເພື່ອຂຸດຄົ້ນຊັບພະຍາກອນ ນ້ຳມັນ ແລະ ອາຍແກັສ ຢ່າງມີປະສິດທິຜົນຍິ່ງຂຶ້ນ, ປະ ກອບສ່ວນເພີ່ມລາຍຮັບ ເຂົ້າງົບປະມານແຫ່ງລັດ ໃນສະພາບການຄາດວ່າ ໃນຊຸມປີຕໍ່ໜ້າ ມີບໍ່ນ້ຳມັນ ແລະ ອາຍແກັສ ຫຼາຍແຫ່ງ ຢູ່ໃນໄລຍະທ້າຍ ຂອງ ການຂຸດຄົ້ນ ແລະ ກ້າວໄປສູ່ການຂຸດຄົ້ນຈົນໝົດ.

ອະທິບາຍບາງບັນຫາສະເພາະ, ທ່ານປະທານກຳມາທິການເສດຖະກິດ ຫວູຮົ່ງແທງ  ໃຫ້ຮູ້ວ່າ ນະໂຍບາຍກ່ຽວກັບການຂຸດຄົ້ນບໍ່ແຮ່, ກຸ່ມບໍ່ແຮ່, ກຸ່ມນໍ້າມັນ ແລະ ອາຍແກັສ ຢ່າງເຕັມທີ່, ຄະນະປະຈຳສະພາແຫ່ງຊາດເຫັນວ່າ ນີ້ແມ່ນນະໂຍບາຍໃໝ່ ຂອງຮ່າງກົດໝາຍ ທີ່ມີຫຼາຍເນື້ອໃນ ທີ່ມີລັກສະນະກະໂດດຂັ້ນ, ແມ່ນພື້ນຖານນິຕິກຳ ທີ່ຈຳເປັນ ເພື່ອຂຸດຄົ້ນຊັບ ພະຍາກອນ ນ້ຳມັນ ແລະ ອາຍແກັສ ຢ່າງມີປະສິດທິຜົນຍິ່ງຂຶ້ນ, ປະກອບ ສ່ວນເພີ່ມລາຍຮັບເຂົ້າງົບປະມານແຫ່ງລັດ ໃນສະພາບການຄາດວ່າ ໃນຊຸມປີຕໍ່ໜ້າ ມີບໍ່ນ້ຳມັນ ແລະ ອາຍແກັສ ຫຼາຍແຫ່ງ ຢູ່ໃນໄລຍະທ້າຍ ຂອງ ການຂຸດຄົ້ນ ແລະ ກ້າວໄປສູ່ການຂຸດຄົ້ນ ຈົນໝົດ.

ຄະນະປະຈຳສະພາແຫ່ງຊາດ ສະເໜີ ໃຫ້ລັດຖະບານ ຮັບເອົາຄຳເຫັນຂອງຜູ້ແທນສະພາແຫ່ງຊາດ, ຊີ້ນຳບັນດາອົງການ ສືບຕໍ່ປັບປຸງເນື້ອໃນນີ້ ໃສ່ຮ່າງດຳລັດ ແລະ ກວດຄືນ, ອອກບັນດາເອກະສານຍ່ອຍອື່ນໆ ທີ່ກ່ຽວ ຂ້ອງ, ຖືເປັນສຳຄັນ ບັນດາ ຂໍ້ກຳນົດ ແນໃສ່ຮັບປະກັນ ການເຄື່ອນໄຫວຂຸດຄົ້ນຈົນໝົດ ຢ່າງມີປະສິດທິຜົນ ແລະ ຄວບຄຸມຄ່າໃຊ້ຈ່າຍໃນການ ເຄື່ອນໄຫວ ນໍ້າມັນ ແລະ ອາຍແກັສ ຢ່າງເຂັ້ມງວດ.

ກ່ຽວ​ກັບ​ບັນດາ​ການ​ກະທຳ​ ທ່ີຕ້ອງ​ຫ້າມ, ຮັບເອົາຄຳເຫັນຂອງຜູ້ແທນ​ສະພາ​ແຫ່ງ​ຊາດ, ຮ່າງ​ກົດໝາຍ​ ​ໄດ້ປະກອບ​ເພີ່ມ​ເຕີມການ​ສືບສວນຂັ້ນພື້ນຖານ  ກ່ຽວກັບນໍ້າມັນ ແລະ ອາຍແກັສ ແລະ ເຄື່ອນໄຫວນໍ້າມັນ ແລະ ອາຍແກັສ ກໍ່​ໃຫ້​ເກີດ​ມົນ​ລະ​ພິດ​ຕໍ່ສິ່ງ​ແວດ​ລ້ອມ ​ໃນ​ຂໍ້ 2, ມາດຕາ 9 ຂອງ​ ຮ່າງ​ກົດໝາຍ.

ກ່ຽວກັບສັນຍານໍ້າມັນ ແລະ ອາຍແກັສ, ຮັບເອົາຄໍາຄິດເຫັນ ຂອງ ຜູ້ແທນສະພາແຫ່ງຊາດ, ມາດຕາ31 ຂອງ ຮ່າງກົດໝາຍໄດ້ຮັບການປັບປຸງ ໃນທິດທາງກໍານົດ 02 ຂໍ້ (ຂໍ້ທີ 6 ແລະ ຂໍ້ 7) ກ່ຽວ​ກັບ​ພັນທະ ຂອງ ​ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ ໃນການຕັດສິນໃຈ ກໍານົດໄລຍະເວລາໂຈະຊົ່ວ ຄາວ ການຈັດຕັ້ງປະຕິບັດບາງສິດ ແລະ ພັນທະ ໃນສັນຍາ ນ້ຳມັນ ແລະ ອາຍແກັສ ໃນ 02 ກໍລະນີຄື: 1 ສຸດວິໄສ ແລະ ຍ້ອນເຫັດຜົນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນຄວາມເໝາະສົມ ແລະ ເຂັ້ມງວດ.  

ກ່ຽວກັບນະໂຍບາຍບຸລິມະສິດ ໃນການເຄື່ອນໄຫວນ້ຳມັນ ແລະ ອາຍແກັສ, ຮ່າງກົດໝາຍ ໄດ້ປັບປຸງດັດແກ້ທາງດ້ານເຕັກນິກໃນຂໍ້ 1, ມາດຕາ 67 ເພື່ອຮັບປະກັນວ່າ ເອກະສານທາງເຕັກນິກ ແມ່ນຖືກຕ້ອງ, ບໍ່ສົ່ງຜົນກະທົບຕໍ່ເນື້ອໃນອື່ນໆ ຂອງກົດໝາຍວ່າດ້ວຍອາກອນລາຍຮັບວິສາຫະກິດ ເມື່ອປະຕິບັດເປັນເອກະພາບ. ສຳລັບນະໂຍບາຍບຸລິມະສິດ ລົງທຶນ ແລະ ບຸລິມະສິດ ລົງທຶນ ພິເສດ ໃນການເຄື່ອນໄຫວນໍ້າມັນ ແລະ ອາຍແກັສ, ຈະຕ້ອງຮັກສາຂໍ້ກຳນົດປັບປຸງ, ປະກອບເພີ່ມເຕີມໃນຂໍ້ 3, ມາດ ຕາ 10 ຂອງ ກົດໝາຍວ່າດ້ວຍ ອາກອນລາຍຮັບວິສາຫະກິດ ຕາມທີ່ໄດ້ຍື່ນສະເໜີ, ບໍ່ກຳນົດ ໂດຍກົງນະໂຍບາຍບຸລິມະສິດ ລົງທຶນ ແລະ ບຸລິມະ ສິດ ລົງທຶນພິເສດ ໃນການເຄື່ອນໄຫວ ນໍ້າມັນ ແລະ ອາຍແກັສ ໃນກົດ ໝາຍວ່າດ້ວຍ ອາກອນລາຍຮັບວິສາຫະກິດ ເພາະວ່າໄດ້ມີຄວາມຕິດພັນກັບ ເປົ້າໝາຍບຸລິມະສິດ ສະເພາະ ທີ່ລະບຸໄວ້ ໃນມາດຕາ 53 ຂອງ ຮ່າງກົດໝາຍວ່າດ້ວຍນ້ຳມັນ ແລະ ອາຍແກັສ (ສະບັບປັບປຸງ).

ກ່ຽວ​ກັບ​ພັນທະ​ຂອງ​ຜູ້​ຮັບ​ເໝົາ, ປະທານ​ກຳມາ​ທິການ​ເສດຖະກິດ ຫວູຮົ່ງ​ແທ່ງ ​ໃຫ້​ຮູ້​ວ່າ: ​ໃນ​ຂໍ້ 12, ມາດຕາ 59 ​ໄດ້​ກຳນົດ​ພັນທະ​ຂອງ​ຜູ້​ຮັບ​ເໝົາ​ ເຊັນ​ສັນຍາ​ນ້ຳມັນ ແລະ ອາຍແກັສ ​ເພື່ອ​ຈັດ​ຕັ້ງ ​ການ​ຄັດ​ເລືອກ ​ຜູ້​ຮັບ     ​ເໝົາ​ສະໜອງ​ການ​ບໍລິການ​, ສິນຄ້າ ນ້ຳມັນ ແລະ ອາຍ​ແກັສ ຮັບໃຊ້ການ ເຄື່ອນໄຫວ ນຳ້ມັນ ແລະ ອາຍແກັສ ກ່ອນອື່ນໝົດ ຕ້ອງຮັບປະກັນຫຼັກການແຂ່ງຂັນ, ສະເໝີພາບ, ໂປ່ງໃສ, ປະສິດທິຜົນ, ພ້ອມກັນ ແລະ ສອດ ຄ່ອງ ກັບສັນຍານ້ໍາມັນອາຍແກັສ ເນື່ອງຈາກວ່າ ສັນຍານ້ໍາມັນ ແລະ ອາຍແກັສ ພຽງແຕ່ ກໍານົດຫຼັກການລວມ ກ່ຽວກັບເນື້ອໃນນີ້ ແລະ ນັກລົງທຶນແຕ່ລະຄົນ ມີລະບຽບການສະເພາະ ເພື່ອເລືອກ ຜູ້ຮັບເຫມົາ ສະໜອງບໍລິການ, ສິນຄ້າ ນ້ຳມັນ ແລະ ອາຍແກັສ ຮັບໃຊ້ ການເຄື່ອນໄຫວ ນ້ຳມັນ ແລະ ອາຍແກັສ.

ກ່ຽວ​ກັບ​ການ​ຄຸ້ມ​ຄອງແຫ່ງ​ລັດ ​ວ່າດ້ວຍນ້ຳມັນ ແລະ ອາຍ​ແກັສ, ຮ່າງ​ກົດໝາຍ​ພຽງ​ແຕ່​ກຳນົດ​ ພາລະຂອງ​ຄະນະ​ກຳມະການ​ຄຸ້ມ​ຄອງທຶນ ແຫ່ງລັດ ຢູ່​ວິ​ສາ​ຫະກິດ (ມາດຕາ 66) ຕິດພັນກັບຂໍ້ກຳນົດແບ່ງຂັ້ນ ໃຫ້ສະພາສະ ມາຊິກ ກຸ່ມບໍລິສັດ​ນ້ຳມັນ ແລະ ​ອາຍ​ແກັສ ຫວຽດນາມ ​ໃນ​ການ​ເຄື່ອນ​ໄຫວ​ນ້ຳມັນ ແລະ ອາຍ​ແກັສ (ມາດຕາ 63) ມີ​ເນື້ອ​ໃນ​ທີ່​ແຕກ​ຕ່າງ​ ກັບ​ຂໍ້​ກຳນົດ​ ໃນ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ທຶນ​ຂອງ​ລັດ ​ລົງທຶນ​ໃນ​ການ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່​ວິ​ສາ​ຫະກິດ.

ຮ່າງ​ກົດໝາຍ​ ບໍ່​ໄດ້​ກຳນົດ​ເງື່ອນ​ໄຂກ່ຽວກັບ​ທຶນ​ ຂອງ ​ກຸ່ມ​ບໍລິສັດ​ນ້ຳມັນແລະ ອາຍ​ແກັສ ຫວຽດນາມ ​ເມື່ອ​ໂອນ ຫຼື ຮັບໂອນ ​ສິດຜົນປະໂຫຍດເຂົ້າ​ຮ່ວມ ​ແລະ ຄວາມຮັບຜິດຊອບ ຂອງ ຄະນະ​ກຳມາທິການ​ຄຸ້ມ​ຄອງທຶນແຫ່ງ​ລັດ ຢູ່​ວິ​ສາ​ຫະກິດ​ປະກອບ​ຄຳ​ເຫັນ​ໃສ່​ ເນື້ອ​ໃນ​ນີ້.

ນອກຈາກເນື້ອໃນດັ່ງກ່າວ, ຄະນະກຳມະການ ປະຈຳສະພາ ແຫ່ງຊາດ ຍັງໄດ້ຊີ້ນໍາໃຫ້ອົງການທີ່ຮັບຜິດຊອບວຽກງານກວດກາ, ອົງການຮຽບຮຽງຮ່າງກົດໝາຍ ແລະ ບັນດາອົງການທີ່ກ່ຽວຂ້ອງ ກວດຄືນຢ່າງລະອຽດຂໍ້ກຳນົດໃນມາດຕາ 69 ວ່າດ້ວຍການຫັນປ່ຽນ ແລະ ຮັບເອົາກ່ຽວກັບການດັດແກ້ ເຕັກນິກເອກະສານ ແລະ ສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາ ແລະ ຕົກລົງ.  



top