• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບໂລກລະບາດໂຄວິດ-19 ວັນທີ 17 ກັນຍາ ຢູ່ຫວຽດນາມ

      ໄລ່ມາຮອດປະຈຸບັນ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 656.129 ຄົນ
ສັກວັກຊິນໃຫ້ປະຊາຊົນ (ພາບ: TTXVN)
      ນັບແຕ່ເວລາ 17 ໂມງຂອງວັນທີ 16 ກັນຍາ ຫາເວລາ 17 ໂມງຂອງວັນທີ 17 ກັນຍາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 11.521  ຄົນ, ໃນນັ້ນ 15 ຄົນແມ່ນຜູ້ເຂົ້າເມືອງ. ໄລ່ມາຮອດປະຈຸບັນ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 656.129 ຄົນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 433.465 ຄົນ.
(ແຫຼ່ງຄັດຈາກ VOV)
 

ຫວຽດນາມ ມີຜູ້ພິພາກສາ ຢູ່ສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ

ຫວຽດນາມ ມີຜູ້ພິພາກສາ ຢູ່ສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ

ວັນທີ 18 ມິຖຸນາ, ໃນຂອບເຂດກອງປະຊຸມຄັ້ງທີ 36 ຂອງ ບັນດາປະເທດພາຄີ ສົນທິສັນຍາອົງການສະຫະປະຊາຊາດ ກ່ຽວກັບກົດໝາຍທະເລ (UNCLOS) ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ (ສປຊ) ຢູ່ ນິວຢອກ (ສ ອາເມລິກາ), ທ່ານນາງ ຮສຈ. ປອ ຫງວຽນທິລານແອັງ, ຮອງຜູ້ນຳນວຍການ ສະຖາບັນການຕ່າງປະເທດ, ຜູ້ສະໝັກຮັບເລືອກຕັ້ງ ຂອງ ຫວຽດນາມ ໄດ້ຮັບເລືອກຕັ້ງ ເຂົ້າໃນຕຳແໜ່ງ ຜູ້ພິພາກສາ ສານກົດໝາຍທະເລສາກົນ (ITLOS) ອາຍຸການ 2026-2035 ດ້ວຍຄະແນນສຽງສູງສຸດ ໃນພາກພື້ນ ອາຊີ - ປາຊີຟິກ.

Top