• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບປົກກະຕິໃໝ່ - ກາລະໂອກາດໃໝ່ໃຫ້ແກ່ການທ່ອງທ່ຽວ ຫວຽດນາມ

ໃນງານຕະຫຼາດນັດປີນີ້, ບັນດາວິສາຫະກິດທ່ອງທ່ຽວ ແລະ ບໍລິສັດການບິນ ຫວຽດນາມ ຈະເປີດຕົວລາຍການກະຕຸ້ນການທ່ອງທ່ຽວກວ່າ 10.000 ລາຍການ, ປີ້ຍົນລາຄາຖືກນັບ 100.000 ປີ້ ພ້ອມດ້ວຍຂອງຂວັນນັບພັນຢ່າງ.
  ງງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ (VITM) ປີ 2022 (ພາບ: BNEWS/TTXVN)  

 ສະພາບປົກກະຕິໃໝ່ - ກາລະໂອກາດໃໝ່ໃຫ້ແກ່ການທ່ອງທ່ຽວ ຫວຽດນາມ”. ນັ້ນແມ່ນຫົວຂໍ້ຂອງງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ (VITM) ປີ 2022 ທີ່ໄຂຂຶ້ນໃນຕອນເຊົ້າວັນທີ 31 ມີນາ ຢູ່ຮ່າໂນ້ຍ, ໂດຍສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ຈັດຂຶ້ນ ດ້ວຍການເຂົ້າຮ່ວມຂອງວິສາຫະກິດກວ່າ 500 ແຫ່ງ ມາຈາກ 52 ແຂວງ, ນະຄອນ ແລະ 6 ປະເທດ, ເຂດແຄວ້ນຄື: ຍີ່ປຸ່ນ, ສ.ເກົາຫຼີ, ໄທ, ມາເລເຊຍ, ໄຕ້ຫວັນ (ຈີນ) ແລະ ຕວັກກີ. ໂດຍດຳເນີນຮອດວັນທີ 3 ເມສາ ຈຶ່ງອັດລົງ, ງານຕະຫຼາດນັດປີນີ້ ເປັນການຢັ້ງຢືນການເປີດປະຕູຂະແໜງທ່ອງທ່ຽວ ຫວຽດນາມ ຄືນໃໝ່ ໃນສະພາບປົກກະຕິໃໝ່.

ໃນຂອບເຂດງານຕະຫຼາດນັດ, ມີຫຼາຍການເຄື່ອນໄຫວແລກປ່ຽນຄ້າຂາຍ, ສົ່ງເສີມ, ໂຄສະນາເຜີຍແຜ່ການທ່ອງທ່ຽວ, ການຮ່ວມມືດຳເນີນທຸລະກິດ, ການແລກປ່ຽນຜະລິດຕະພັນຈະໄດ້ຈັດຂຶ້ນ ເພື່ອແນໃສ່ສ້າງການຮ່ວມດຳເນີນທຸລະກິດລະຫວ່າງບັນດາວິສາຫະກິດ. ພິເສດ, ໃນງານຕະຫຼາດນັດປີນີ້, ບັນດາວິສາຫະກິດທ່ອງທ່ຽວ ແລະ ບໍລິສັດການບິນ ຫວຽດນາມ ຈະເປີດຕົວລາຍການກະຕຸ້ນການທ່ອງທ່ຽວກວ່າ 10.000 ລາຍການ, ປີ້ຍົນລາຄາຖືກນັບ 100.000 ປີ້ ພ້ອມດ້ວຍຂອງຂວັນນັບພັນຢ່າງ.

(ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top