• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ໃນໂລກ

      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 16 ມີນາ ຕາມເວລາ UTC, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 120,75 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 2,67 ລ້ານຄົນ.
ປະຊາຊົນນັ່ງຖ້າສັກວັກຊິນກັນໂຄວິດ - 19 ຢູ່ ກຳປູເຈຍ (ພາບ: AFP/ TTXVN)
      ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 327.555 ຄົນ, ໃນນັ້ນຫຼາຍທີ່ສຸດແມ່ນຢູ່ ອາເມລິກາ (43.925 ຄົນ), ບຣາຊິນ (42.107 ຄົນ), ອິນເດຍ (24.366 ຄົນ), ອີຕາລີ (15.503 ຄົນ)… ເມື່ອທຽບໃສ່ອາທິດກ່ອນ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ ທີ່ໄດ້ຮັບການກັບກຳສະຖິຕິປະຈຳວັນໃນທົ່ວໂລກ  ໄດ້ເພີ່ມຂຶ້ນປະມານ 43.000 ຄົນ ເຖິງວ່າຢູ່ຫຼາຍປະເທດພວມຍູ້ແຮງການສັກວັນຊິນກັນໂຄວິດ - 19 ກໍ່ຕາມ.
            ເຖິງຢ່າງໃດກໍ່ຕາມ, ໃນຈຸດເວລາປັດຈຸບັນ, ໂຄງການສັກວັກຊິນຢູ່ບາງປະເທດພວມປະສົບກັບຄວາມຫຍຸ້ງຍາກ ຍ້ອນຂາດເຂີນແຫຼ່ງສະໜອງ, ໃນຂະນະທີ່ ວັກຊິນຂອງ AstraZeneca ພວມຢຸດນຳໃຊ້ຊົ່ວຄາວ.
(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top