• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດໂຄວິດ-19 ໃນທົ່ວໂລກ

      ອາເມລິກາ ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19. ຖັດຈາກນັ້ນແມ່ນປະເທດ ບຣາຊິນ, ອິນເດຍ.

ອາເມລິກາ ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 (ພາບ: Reuters)
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 9ໂມງເຊົ້າວັນທີ 20 ກໍລະກົດ (ຕາມເວລາ ຫວຽດນາມ), ທົ່ວໂລກ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ປັນຈຳນວນ 14.640.375 ຄົນ ແລະ ມີ 608.857 ຄົນເສຍຊີວິດ. ອາເມລິກາ ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19. ຖັດຈາກນັ້ນແມ່ນປະເທດ ບຣາຊິນ, ອິນເດຍ.
            ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19, ວັນທີ 20 ກໍລະກົດ, ລັດເຊຍ ແຈ້ງໃຫ້ຊາບວ່າ: ໄດ້ສຳເລັດການທົດລອງວັກຊີນກັນພະຍາດໂຄວິດ-19 ໃນ ກຸ່ມຜູ້ອາສາສະໝັກທີສອງ ແລະ ແມ່ນ ກຸ່ມສຸດທ້າຍລວມມີ 20 ຄົນ. ຄາດວ່າ ວັກຊີນກັນພະຍາດໂຄວິດ-19 ຂອງສູນຄົ້ນຄວ້າລະບາດວິທະຍາ ແລະ ຈຸນລະຊີວະວິທະຍາ ລັດເຊຍ, ອາດຈະນຳໄປຂາຍໃນທ້ອງຕະຫຼາດໃນກາງເດືອນສິງຫາ ປີ 2020.
 (ແຫຼ່ງຄັດຈາກ VOV)
 
 

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top