• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ແລະ ໂລກ ໃນວັນທີ 22 ກໍລະກົດ

      ກ່ຽວກັບຄວບຄືບໜ້າໃນການທົດລອງສັກວັກຊິນ ກັນໂຄວິດ - 19 ທຳອິດຂອງ ຫວຽດນາມ Nano Covax, ຜູ້ຕາງໜ້າວິທະຍາຄານເສນາຮັກ ໃຫ້ຮູ້ວ່າ ປັດຈຸບັນ, ວັກຊິນໄດ້ສຳເລັດການສັກເຂັມທີ 2 ໃຫ້ແກ່ຜູ້ອາສາສະໝັກ 1000 ຄົນທຳອິດແລ້ວ.
ພາບປະກອບ: AFP/TTXVN
      ຕາມລາຍການຂ່າວພາກຄ່ຳຂອງວັນທີ 22 ກໍລະກົດ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 3.227 ຄົນ, ໃນນັ້ນ ນະຄອນໂຮ່ຈີມິນ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 1.785 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອພາຍໃນວັນທີ 22 ກໍລະກົດ ຂອງຫວຽດນາມ ຂຶ້ນເປັນ 6.194 ຄົນ. ດັ່ງນັ້ນ, ໄລ່ຮອດເວລາ 18 ໂມງ ຂອງວັນທີ 22 ກໍລະກົດ, ຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ຫວຽດນາມ ລວມທັງໝົດ 74.371 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 13.421 ຄົນ.
            ກ່ຽວກັບຄວບຄືບໜ້າໃນການທົດລອງສັກວັກຊິນ ກັນໂຄວິດ - 19 ທຳອິດຂອງ ຫວຽດນາມ Nano Covax, ຜູ້ຕາງໜ້າວິທະຍາຄານເສນາຮັກ ໃຫ້ຮູ້ວ່າ ປັດຈຸບັນ, ວັກຊິນໄດ້ສຳເລັດການສັກເຂັມທີ 2 ໃຫ້ແກ່ຜູ້ອາສາສະໝັກ 1000 ຄົນທຳອິດແລ້ວ. ພາຍຫຼັງໄດ້ຮັບການສັກວັກຊິນ, ບັນດາຜູ້ອາສາສະໝັກ ມີສຸຂະພາບທີ່ເປັນປົກກະຕິ, ບໍ່ມີຜູ້ໃດເກີດອາການຢູ່ນອກການຄາດຄະເນ. ວັນທີ 27 ກໍລະກົດ, ຈະດຳເນີນການສັກວັກຊິນເຂັມທີ 2 ໃຫ້ແກ່ຜູ້ອາສາສະໝັກ 12.000 ຄົນທີ່ຍັງເຫຼືອ.
            ສ່ວນໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 22 ກໍລະກົດ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 192,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 4,1 ລ້ານຄົນ. ອາເມລິກາຍັງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ກ່ຽວກັບຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ.
            ວັນທີ 21 ກໍລະກົດ, ອົງການອະນາໄມໂລກ (WHO) ໄດ້ຕີລາຄາ  ເຊື້ອໄວຣັດກາຍພັນ Delta ເຊິ່ງໄດ້ກວດພົບຄັ້ງທຳອິດ ຢູ່ອິນເດຍ ມາຮອດປັດຈຸບັນ ໄດ້ແຜ່ລະບາດໄປຍັງ 124 ປະເທດ ແລະ ເຂດແຄ້ວນ. ເຊື້ອໄວຣັດກາຍພັນນີ້ ກໍ່ໄດ້ກວດພົບໃນ 75% ຈຳນວນຕົວຢ່າງ ທີ່ໄດ້ເອົາໄປວິໄຈ ຢູ່ຫຼາຍປະເທດ. ໃນບົດລາຍງານເຊື້ອພະຍາດປະຈຳອາທິດ, WHO ຖືວ່າ ເຊື້ອໄວຣັດກາຍພັນນີ້ ຈະລຸກລ້າສີເຊື້ອໄວຣັດກາຍພັນຕ່າງໆ ແລະ ກາຍເປັນ ເຊື້ອໄວຣັດກາຍພັນຫຼັກທີ່ແຜ່ລາມໃນຊຸມເດືອນຈະມາເຖິງ.     
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top