• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການພະຍາດໂຄວິດ -19 ທັງຢູ່ຫວຽດນາມ ແລະ ໃນໂລກ

ຢູ່ຫວຽດນາມ ຈຳນວນຜູ້ຕິດເຊື້ອໂຄວິດ -19 ຫຼຸດລົງເປັນ 2.269 ຄົນ ຊຶ່ງແມ່ນຈຳນວນໜ້ອຍທີ່ສຸດໃນ ເກືອບ 300 ວັນທີ່ຜ່ານມາ
  ພາບປະກອບ  

 ນັບແຕ່ເວລາ 16 ໂມງຂອງວັນທີ 7 ພຶດສະພາ ຫາ 16 ໂມງ ຂອງວັນທີ 8 ພຶດສະພາ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ທັງໝົດ 2.269 ຄົນ (ຫຼຸດລົງ 1.077 ກໍລະນີເມື່ອທຽບໃສ່ມື້ກ່ອນ) ຢູ່ໃນ 51 ແຂວງ, ນະຄອນ. ນີ້ແມ່ນ ແມ່ນຈຳນວນໜ້ອຍທີ່ສຸດໃນ ເກືອບ 300 ວັນທີ່ຜ່ານມາ ນັບແຕ່ວັນທີ 10 ກໍລະກົດປີກາຍນີ້. ນັບແຕ່ເມື່ອ ເກີດໂລກລະບາດ, ຫວຽດນາມ ມີ ຜູ້ຕິດເຊື້ອໂຄວິດ -19 ລວມທັງໝົດ10.676.184 ຄົນ

ໃນວັນທີ 8 ພຶດສະພາ ມີຄົນເຈັບ 2.066 ຄົນ ໄດ້ຮັບການປິ່ນປົວໃຫ້ຫາຍດີ, ອັນໄດ້ຍົກຍອດ ຈໍານວນກໍລະນີໄດ້ຮັບການປິ່ນປົວຫາຍດີຂຶ້ນເຖິງ 9.320.591 ຄົນ.

ກ່ຽວກັບສະພາບການພະຍາດໂຄວິດ -19 ຢູ່ໃນໂລກ

ໄລ່ຮອດວັນທີ 8 ພຶດສະພາ ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 516,9 ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດ 6,27 ລ້ານຄົນ. ໃນ 24 ຊົ່ວໂມງທີ່ຜ່ານມາ ໂລກໄດ້ມີຜູ້ຕິດເຊື້ອຕື່ມອີກກວ່າ 406,6 ພັນຄົນແລະຫຼາຍກວ່າ 1.000 ຄົນໄດ້ເສຍຊີວິ. ອາເມລິກາ ສືບຕໍ່ແມ່ນປະເທດຮັບຜົນກະທົບຮ້າຍແຮງທີ່ສຸດ, ຖັດມາແມ່ນ ບຣາຊິນແລະອິນເດຍ.       

ຢູ່ອາຊີຕາເວັນອອກສຽງໃຕ້, ວັນທີ 7 ພຶດສະພາ ກຳປູເຈຍເປັນຄັ້ງທຳອິດຢັ້ງຢືນບໍ່ມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ນັບແຕ່ເວລາເກີດໂລກລະບາດໃນຊຸມຊົນເມື່ອເດືອນ ກຸມພາ ປີກາຍນີ້.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top