• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາຄວາມໝັ້ນຄົງ ສປຊ ອອກຖະແຫຼງການຮ່ວມຮຽກຮ້ອງຍິງຢູ່ເຂດ ກາຊາ ໃນທັນທີໂດຍບໍ່ມີເງື່ອນໄຂ

ໃນຖະແຫຼງການຮ່ວມ, ບັນດາສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາຊາດ, ຍົກເວັ້ນ ອາເມລິກາ, ໄດ້ຮຽກຮ້ອງການຢຸດຍິງໃນທັນທີໂດຍບໍ່ມີເງື່ອນໄຂ ແລະ ຕະຫຼອດໄປຢູ່ເຂດ ກາຊາ
(ພາບປະກອບ: REUTERS/Amir Cohen)

ວັນທີ 27 ສິງຫາ, ມີ 14 ໃນຈຳນວນ 15 ປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ອອກຖະແຫຼງການຮ່ວມ ໂດຍຢັ້ງຢືນວ່າ ໄພອຶດຫິວຢູ່ເຂດ ກາຊາແມ່ນ “ວິກິດການໂດຍມະນຸດສ້າງຂຶ້ນ”, ພ້ອມກັນນັ້ນກໍ່ກ່າວເຕືອນວ່າ ການນຳໃຊ້ຄວາມອຶດຫິວຄືດັ່ງເຄື່ອງມືອາວຸດສົງຄາມ ແມ່ນການກະທຳເກືອດຫ້າມຕາມກົດໝາຍວ່າດ້ວຍມະນຸດສະທຳສາກົນ.

ໃນຖະແຫຼງການຮ່ວມ, ບັນດາສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາຊາດ, ຍົກເວັ້ນ ອາເມລິກາ, ໄດ້ຮຽກຮ້ອງການຢຸດຍິງໃນທັນທີໂດຍບໍ່ມີເງື່ອນໄຂ ແລະ ຕະຫຼອດໄປຢູ່ເຂດ ກາຊາ; ປ່ອຍຕົວປະກັນເປັນອິດສະຫຼະທັງໝົດທີ່ຖືກຂະບວນການ ອິດສະລາມ ຮາມາດ ແລະ ບັນດາກຸ່ມອື່ນຈັບຕົວ; ເພີ່ມທະວີການອຸປະຖຳມະນຸດສະທຳໃຫ້ທົ່ວເຂດດິນແດນນີ້ຢ່າງແຮງ; ພ້ອມກັນນັ້ນ, ກໍ່ຮຽກຮ້ອງໃຫ້ ອິດສະຣາແອັນ ຍົກເລີກທຸກການຈຳກັດເລື່ອງແຈກຢາຍເຄື່ອງອຸປະຖຳໃນທັນທີໂດຍບໍ່ມີເງື່ອນໄຂ.

ໃນວັນດຽວກັນ, ໂດຍບໍ່ຫົວຊາຕໍ່ບັນດາຄວາມກົດດັນທີ່ນັບມື້ນັບເພີ່ມຂຶ້ນຈາກປະຊາຄົມສາກົນ, ອິດສະຣາແອັນ ຢືນຢັນວ່າ ຈະບໍ່ຢຸດຕິບັ້ນການທະຫານຢູ່ ກາຊາ ຈົນກວ່າຈະຮອດເວລາໃດທີ່ບັນລຸໄດ້ເປົ້າໝາຍປັດເຂ່ຍ ຮາມາດສ ໄດ້ຢ່າງສິ້ນເຊິງ.

(ແຫຼ່ງຄັດຈາກ VOV)

ເປີດ​ຕົວ​ລາຍ​ການ​ສະ​ແດງ​ສິ​ລະ​ປະຄຸນ​ນະ​ພາບ​ສູງຄັ້ງ​ທຳ​ອິດ​ທີ່​ມີ​ເຄື່ອງ​ໝາຍ​ການ​ຄ້າ​ນະ​ຄອນຫຼວງ

ເປີດ​ຕົວ​ລາຍ​ການ​ສະ​ແດງ​ສິ​ລະ​ປະຄຸນ​ນະ​ພາບ​ສູງຄັ້ງ​ທຳ​ອິດ​ທີ່​ມີ​ເຄື່ອງ​ໝາຍ​ການ​ຄ້າ​ນະ​ຄອນຫຼວງ

ຜ່ານ​ລາຍ​ການ, ຄະ​ນະ​ຈັດ​ຕັ້ງ​ປາດ​ຖະ​ໜາ​ຢາກ​ແນະ​ນຳ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ, ຊາວ​ຮ່າ​ໂນ້ຍ ​ດ້ວຍ​ພາ​ສາ​ສິ​ລະ​ປະ​ແຈ່ວ, ສ້າງ​ຜະ​ລິດ​ຕະ​ພັນ​ສະ​ແດງ​ປະ​ຈຳ​ໄລ​ຍະ​ເທື່ອ​ລະ​ກ້າວ, ກາຍ​ເປັນ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ​ທີ່​ດຶງ​ດູດ​ໃຈ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ສາ​ກົ

Top