ງານດັ່ງກ່າວມີຈຳນວນຜູ້ແທນ ເຂົ້າຮ່ວມຫຼາຍກວ່າ 100 ທ່ານ ເຊິ່ງຕາງໜ້າໃຫ້ປະຊາຄົມຊາວ ຫວຽດນາມ ທີ່ອາໄສຢູ່ຕາມບັນດາທ້ອງຖິ່ນຂອງ ຍີ່ປຸ່ນ.
ຢູ່ໃນພິທີ, ບັນດາຜູ້ແທນໄດ້ເຂົ້າຮ່ວມພິທີເຄົາລົບທຸງຊາດ ແລະ ພິທີຖວາຍໄຕ້ທູບທຽນຢູ່ຫ້ອງບູຊາປະທານໂຮ່ຈິມິນ, ເພື່ອລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດາບັນພະບູລຸດ ແລະ ພ້ອມກັນຮັບຊົມຮູບເງົາສາລະຄະດີປະຫວັດສາດກ່ຽວກັບເສັ້ນທາງ 80 ປີ ອັນເຕັມໄປດ້ວຍຄວາມສະຫງ່າລາສີຂອງຊາດຫວຽດນາມ. ກ່າວຄຳເຫັນພິທີດັ່ງກ່າວ, ທ່ານ ຟ້າມກວາງຫ້ຽວ, ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ເນັ້ນໜັກວ່າ:
“ປະຈຸບັນ, ປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນ ມີເກືອບ 700.000 ຄົນ, ເຊິ່ງເປັນປະຊາຄົມຊາວຕ່າງປະເທດໃຫຍ່ ອັນດັບທີ 2 ທີ່ ອາໄສຢູ່ ຍີ່ປຸ່ນ. ປະຊາຊົນຫວຽດນາມໄດ້ດຳລົງຊີວິດຢູ່ບັນດາແຂວງຂອງຍີ່ປຸ່ນ, ປະກອບດ້ວຍຫຼາຍພາກສ່ວນອັນອຸດົມສົມບູນ. ເຖິງວ່າຈະຢູ່ບ່ອນໃດ, ປະຊາຄົມຊາວຫວຽດນາມພວກເຮົາກໍນັບມື້ນັບຢັ້ງຢືນໃຫ້ເຫັນເຖິງຄວາມເຊື່ອຖື, ຄຸນທາດ, ຈິດໃຈອັນອົດທົນຜ່ານຜ່າຄວາມຫຍຸ້ງຍາກລຳບາກ ແລະ ຄວາມມຸ່ງຫວັງທີ່ບືນຂຶ້ນຢູ່ສະເໝີ”.