• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວຽກງານແຂ່ງຂັນ, ຍ້ອງຍໍຕ້ອງມຸ່ງໄປເຖິງປະຊາຊົນ, ຮາກຖານ

      ວຽກງານແຂ່ງຂັນ, ຍ້ອງຍໍຕ້ອງມຸ່ງໄປເຖິງປະຊາຊົນ, ຮາກຖານ, ນີ້ແມ່ນຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານສະພາແຂ່ງຂັນ - ຍ້ອງຍໍສູນກາງ, ທີ່ກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2018 ຂອງສະພາ

(ວຽກງານແຂ່ງຂັນ, ຍ້ອງຍໍຕ້ອງມຸ່ງໄປເຖິງປະຊາຊົນ, ຮາກຖານ)
      ຖືກດຳເນີນໃນຕອນເຊົ້າວັນທີ 18 ມັງກອນ ຢູ່ຮ່າໂນ້ຍ. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ.
        “ຂ້າພະເຈົ້າສະເໜີໃຫ້ບັນດາອົງການສື່ມວນຊົນ ສະຫງວນເວລາຫຼາຍກວ່າ ເພື່ອແນະນຳ, ໂຄສະນາ, ຍ້ອງຍໍ, ເຊີດຊູບັນດາແບບຢ່າງດີເດັ່ນ, ແບບຢ່າງວຽກດີຄົນເດັ່ນ, ບາງບຸກຄົນທີ່ຮັກສາໄດ້ຜົນງານ, ບັນດາແບບຢ່າງດີນເດັ່ນໃນສັງຄົມ. ຕົວຢ່າງຄື, ສະມາຄົມນັກຮົບເກົ່າມີແບບຢ່າງເປັນນັກທຸລະກິດດີເດັ່ນຫຼາຍຄົນ, ເຂົາເຈົ້າປະຕິບັດເປັນຢ່າງດີ, ຍາມໃດກໍ່ສະແດງໃຫ້ເຫັນຈິດໃຈກະຕືລືລົ້ນປະຕິວັດ. ບັນດາສິ່ງດັ່ງກ່າວນັ້ນ, ຂ້າພະເຈົ້າຄິດວ່າຕ້ອງປຸກລຸກໃນສື່ມວນຊົນ, ໃນໝູ່ປະຊາຊົນ”.
(ແຫຼ່ງຄັດຈາກ VOV)

UNDP ຕີ​ລາ​ຄາ​ສູງຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ມະ​ນຸດ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

UNDP ຕີ​ລາ​ຄາ​ສູງຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ມະ​ນຸດ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

ອົງ​ການ ສ​ປ​ຊ ເພື່ອ​ການ​ພັດ​ທະ​ນາ (UNDP) ຕີ​ລາ​ຄາ​ສູງ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ມະ​ນຸດ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ບັນ​ດາ​ບຸ​ລິ​ມະ​ສິດພັດ​ທະ​ນາ​ຂອງ ຫວຽດ​ນາມ ມີຫຼາຍ​ຈຸດ​ຄ້າ​ຍ​ຄື​ກັນ​ກັບ​ບັນ​ດາ​ເປົ້າ​ໝາຍ​ການ​ຮ່ວມ​ມື​ຂອງ ສ​ປ​ຊ ແລະ UNDP ປະ​ຈຳ ຫວຽດ​ນາມ.

Top