• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວຽກງານການກໍ່ສ້າງວິຊາຊີບຍຸຕິທຳໃຫ້ແກ່ພະນັກງານລາວ

      ໃນຊຸມປີຜ່ານມາ, ພັກ ແລະ ລັດຖະບານ ລາວ ໄດ້ວາງແຜນຍຸດທະສາດ ແລະ ແຜນການກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດຮອດປີ 2020, ໜຶ່ງໃນບັນດາເນືື້ອໃນທີ່ສຳຄັນທີ່ສຸດ ນັ້ນແມ່ນການພັດທະນາແຫຼ່ງຊັບພະຍາກອນມະນຸດໃນຂົງເຂດກົດໝາຍ.
ປີ 2018 ເປັນຄັ້ງທີ 4, ສະຖາບັນຍຸຕິທຳ ຫວຽດນາມ ສືບຕໍ່ໄດ້ຮັບໜ້າທີ່ຈັດຕັ້ງຊຸດອົບຮົມວິຊາຊີບໃຫ້ແກ່ບັນດາພະນັກງານຂະແໜງຍຸຕິທຳຂອງປະເທດ ລາວ. ນີ້ທັງແມ່ນຄວາມເອກອ້າງທະນົງໃຈ ທັງສະແດງໃຫ້ເຫັນຄວາມຮັບຜິດຊອບຂອງສະຖາບັນຍຸຕິທຳ ຫວຽດນາມ ທີ່ປະກອບສ່ວນເຂົ້າໃນວຽກງາບຳລຸງກໍ່ສ້າງ, ຍົກສູງກຳລັງຄວາມສາມາດໃຫ້ແກ່ພະນັກງານຂະແໜງຍຸຕິທຳ, ກົດໝາຍຂອງລາວ.

ພິທີໄຂຊຸດອົບຮົມວິຊາຊີບປະຕິບັດຄຳຕັດສິນຂອງສານແພ່ງໃຫ້ແກ່ຄູອາຈານ, ພະນັກງານ ສປປ.ລາວ
 
      ຫວ່າງແລ້ວນີ້, ທີ່ສະຖາບັນຍຸຕິທຳ ຫວຽດນາມ ໄດ້ດຳເນີນພິທີໄຂຊຸດອົບຮົມວິຊາຊີບປະຕິບັດຄຳຕັດສິນຂອງສານແພ່ງໃຫ້ແກ່ຄູອາຈານ, ພະນັກງານ ສປປ.ລາວ ຊຶ່ງພວມປະຕິບັດວຽກງານໃນຂົງເຂດປະຕິບັດຄຳຕັດສິນຂອງສານແພ່ງ. ຊຸດອົບຮົມວິຊາຊີບລວມມີສຳມະນາກອນດີເດັ່ນ 30 ຄົນ ທີ່ມາຈາກສະຖາບັນຍຸຕິທຳທັງ 3 ພາກ (ເໜືອ, ກາງ, ໃຕ້ )ແລະ ບັນດາພະນັກງານພວມປະຕິບັດວຽກງານຄຸ້ມຄອງໃນຂົງເຂດປະຕິບັດຄຳຕັດສິນຂອງສານແພ່ງຂອງກະຊວງຍຸຕິທຳ ແລະ ບັນດາພະແນກຍຸຕິທຳທ້ອງຖິ່ນຂອງ ລາວ.  ໃນ 20 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ສະຖາບັນຍຸຕິທຳ ຫວຽດນາມ ໄດ້ຈັດຕັ້ງການກໍ່ສ້າງສຳມະນາກອນ ລາວ ໄດ້ 44 ຄົນ. ໃນນັ້ນ, ປີ 2002 ບຳລຸງສ້າງໃຫ້ນັກສຳມະນາກອນ 4 ຄົນກ່ຽວກັບວິຊາຊີບການພິພາກສາ, ປີ 2009 ກໍ່ສ້າງໃຫ້ນັກສຳມະນາກອນ 20 ຄົນກ່ຽວກັບວຽກງານທະບຽນສານ, ປີ 2010 ກໍ່ສ້າງໃຫ້ນັກສຳມະນາກອນ 20 ຄົນກ່ຽວກັບວິຊາຊີບການປະຕິບັດຄຳຕັດສິນຂອງສານ ແລະ ປີ 2018, ສະຖາບັນຍຸຕິທຳ ຫວຽດນາມ ສືບຕໍ່ຈັດຕັ້ງຊຸດອົບຮົມວິຊາຊີບໃຫ້ບັນດາພະນັກງານຂະແໜງຍຸຕິທຳ ລາວ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ດ່ວານຈູງກຽນ ຫົວໜ້າສະຖາບັນຍຸຕິທຳ ຫວຽດນາມ ໃຫ້ຮູ້ວ່າ:
      ສະຖາບັນຍຸດຕິທຳ ຫວຽດນາມ ມີຄວາມເປັນກຽດ ແລະ ມີຄວາມເອກອ້າງທະນົງໃຈເມື່ອໄດ້ຮັບການມອບໝາຍຈາກກະຊວງຍຸຕິທຳ ຫວຽດນາມ ໃຫ້ເປັນຫົວໜ່ວຍປະຕິບັດໂຄງການໜູນຊ່ວຍສະຖາບັນຍຸຕິທຳ ລາວ. ບົນພື້ນຖານບັນດາບົດຮຽນທີ່ສະສົມໄວ້ໄດ້ໃນປະຫວັດສາດ 20 ປີແຫ່ງການກໍ່ສ້າງ ແລະ ພັດທະນາ. ສະຖາບັນຍຸຕິທຳ ຫວຽດນາມ ໄດ້ຕັ້ງໜ້າ, ເປັນເຈົ້າການເປີດບັນດາຊຸດອົບຮົມໃຫ້ແກ່ຄູອາຈານ, ພະນັກງານຂະແໜງຍຸຕິທຳ ລາວ.ພິທີໄຂຊຸດອົບຮົມວິຊາຊີບມື້ນີ້ແມ່ນໜຶ່ງໃນບັນດາໝາກຜົນເບື້ອງຕົ້ນໃຫ້ແກ່ຄວາມມານະພະຍາຍາມຜັນຂະຫຍາຍປະສິດທິຜົນບັນດາການເຄື່ອນໄຫວຂອງໂຄງການ”.


ທ່ານ ດ່ວານຈູງກຽນ ຫົວໜ້າສະຖາບັນຍຸຕິທຳ ຫວຽດນາມ
      ການເຄື່ອນໄຫວຮ່ຳຮຽນ, ຄົ້ນຄວ້າຢູ່ສະຖາບັນຍຸຕິທຳ ຫວຽດນາມ ຍັງພົບພໍ້ກັບຄວາມຫຍຸ້ງຍາກຫລາຍຢ່າງ, ຍ້ອນວ່າຕ້ອງນຳໃຊ້ຫລາຍຄຳສັບທີ່ກ່ຽວຂ້ອງເຖິງວິຊາສະເພາະ, ການຮ່ຳຮຽນຕ້ອງມີນາຍແປພາສາ. ວັດຈະນານຸກົມ, ເອກະສານຄົ້ນຄວ້າດ້ວຍພາສາລາວຍັງຈຳກັດຢູ່. ເພືຶ່ອຊ່ວຍໃຫ້ພວກເພື່ອນລາວແກ້ໄຂສະພາບການດັ່ງກ່າວ ແລະ ຮັບເອົາບົດຮຽນໄດ້ຢ່າງວ່ອງໄວນັ້ນ, ນອກຈາກຊົ່ວໂມງຂຶ້ນຫ້ອງຮຽນແລ້ວ, ບັນດາຄູອາຈານຍັງມາຊ່ວຍໃຫ້ພວກເພື່ອນລາວໃນການຮ່ຳຮຽນຢູ່ຫໍພັກ. ອາຈານ ຫງວຽນແທງກົງ ພະນັກງານຫ້ອງການວິຊາການ ແລະ ວຽກງານສະຖາບັນ ໃຫ້ຮູ້ວ່າ:

      ສະຖາບັນຍຸຕິທຳ ຫວຽດນາມ ໄດ້ເລືອກເອົາບັນດາຄູອາຈານເຂົ້າຮ່ວມການສິດສອນໂດຍກົງສຳລັບອົບຮົມ. ນີ້ແມ່ນບັນດາຄູອາຈານທີ່ມີລະດັບວິຊາສະເພາະ, ມີປະສົບການໃນພາກຕົວຈິງຢ່າງຫລວງຫລາຍ, ມີວິທີການສອນດີ. ດ້ວຍລັກສະນະພິເສດສະເພາະຂອງຊຸດບຳລຸງສ້າງນີ້, ສະຖາບັນຍຸຕິທຳໄດ້ຈັດຕັ້ງຊຸດອົບຮົມວຽກງານສິດສອນກ່ຽວກັບຄວາມຮຽກຮ້ອງຕ້ອງການ, ເນື້ອໃນ, ວິທີການສອນໃຫ້ແກ່ບັນດາຄູອາຈານເມື່ອເຂົ້າຮ່ວມຊຸດອົບຮົມໃຫ້ພວກເພື່ອນລາວ.
      ເພື່ອຜັນຂະຫຍາຍບັນດາຊຸດອົບຮົມວິຊາຊີບ, ບໍ່ພຽງແຕ່ໃຫ້ສຳມະນາກອນ ລາວ ຊຸດນີ້ເທົ່ານັ້ນ ຫາກຍັງໃຫ້ບັນດາຊຸດຕໍ່ໆໄປອີກດ້ວຍ. ສະຖາບັນຍຸຕິທຳ ຫວຽດນາມ ໄດ້ຫັກເງິນຈາກແຫຼ່ງງົບປະມານຂອງຕົນ 1 ຕື້ດົ່ງ ເພື່ອລົງທຶນຕື່ມອີກອຸປະກອນຮັບໃຊ້ວຽກງານສິດສອນ ແລະ ຮ່ຳຮຽນຄື: ເຄື່ອງສາຍໂປຣເຈັກເຕີ,ໂທລະພາບ, ລະບົບເຄື່ອງສຽງ. ກ່ຽວກັບການກິນຢູ່, ສະຖາບັນຍັງບູລະນະສ້ອມແປງຫ້ອງກິນເຂົ້າທີ່ສະຫງວນໃຫ້ສຳມະນາກອນ ລາວ, ນອກນັ້ນ ຍັງຈັດແບ່ງຫ້ອງດຳເນີນຊີວິດລວມໃຫ້ນຳອີກ. 
      ນອກຈາກຄ່າໃຊ້ຈ່າຍໃນການກໍ່ສ້າງໄດ້ອຸປະຖຳຈາກງົບປະມານແຫ່ງລັດ ຫວຽດນາມ ແລ້ວ, ສຳມະນາກອນເຂົ້າຮ່ວມຊຸດອົບຮົມຍັງໄດ້ຮັບເງິນເດືອນຕາມກຳນົດຂອງກົດໝາຍ ຫວຽດນາມ ເຊິ່ງລວມມີເງິນໃຊ້ຈ່າຍແຕ່ລະເດືອນຕາມກຳນົດ (4.820.000 ດົ່ງ/ເດືອນ), ເງິນໜູນຊ່ວຍເຄື່ອງອຸປະກອນຂອງເບື້ອງຕົ້ນ (3,580,000 ດົ່ງ/ຄົນ/ຊຸດ) ແລະ ປີ້ຍົນໄປກັບ. 

ທ່ານຄຳໂກ້ ຈັນທະວົງ ຮອງຫົ
ວໜ້າສະຖາບັນຍຸຕິທຳພາກກາງ ລາວ

      ດ້ວຍບັນດາໝາກຜົນທີ່ບັນລຸໄດ້ຈາກວຽກງານກະກຽມ, ຈາກການສົມທົບກັນຢ່າງສຸດຈິດສຸດໃຈ, ພ້ອມກັບຄວາມມານະພະຍາຍາມຂອງສຳມະນາກອນແຕ່ລະຄົນ ແລະ ຄວາມຮັບຜິດຊອບຂອງບັນດາຄູອາຈານສະຖາບັນຍຸຕິທຳ ຫວຽດນາມ, ໃນໄລຍະເກືອບ 3 ເດືອນ, ຂອງຊຸດອົບຮົມຈະສຳເລັດຜົນຢ່າງດີງາມ ດ້ວຍບັນດາເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການ, ແຜນການ ແລະ ລາຍການທີ່ໄດ້ວາງອອກ. ຜົນສຳເລັດຂອງຊຸດອົບຮົມນີ້ ກໍ່ແມ່ນພື້ນຖານຜົນສຳເລັດຂອງບັນດາຊຸດອົບຮົມຄັ້ງຕໍ່ໆໄປ .


ສະຖາບັນຍຸຕິທຳ ຫວຽດນາມ ໄດ້ຫັກເງິນຈາກແຫຼ່ງງົບປະມານຂອງຕົນ 1 ຕື້ດົ່ງ 
ເພື່ອລົງທຶນຕື່ມອີກອຸປະກອນຮັບໃຊ້ວຽກງານສິດສອນ ແລະ ຮ່ຳຮຽນ

 (ແຫຼ່ງຄັດຈາກ VOV)

 

 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top