ນັບແຕ່ປີ 2014, ຫວຽດນາມ ໄດ້ຈັດສົ່ງບັນດານາຍທະຫານທຳອິດເດີນທາງໄປປະຕິບັດງານຢູ່ ຄະນະປະຕິບັດງານ UNMISS ຢູ່ຊູດັງໃຕ້, ມາຮອດປັດຈຸບັນ ຫວຽດນາມໄດ້ຈັດສົ່ງນາຍທະຫານກອງທັບປະຊາຊົນ ຫວຽດນາມ ແລະ ນາຍຕຳຫຼວດປະຊາຊົນ ຫວຽດນາມທັງໝົດ 1083 ເທື່ອຄົນດ້ວຍສອງຮູບແບບກົມກອງ ແລະ ສ່ວນຕົວ. ທ່ານພົນຈັດຕະວາ ຟ້າມແມັ້ງແທັ້ງ ຫົວໜ້າກົມຮັກສາສນຕິພາບ ຫວຽດນາມ ຢັ້ງຢືນວ່າ:
ສິ່ງນີ້ສະແດງໃຫ້ເຫັນບາດກ້າວຂອງ ຫວຽດນາມປ່ຽນແປງກ່ຽວກັບຄຸນນະທາດໃນການປະກອບສ່ວນເຂົ້າກຳລັງເຂົ້າຮ່ວມການເຄື່ອນໄຫວ ຮັກສາສັນຕິພາບ ສປຊ. ດ້ວຍອິດທິພົນຊື່ສຽງ, ກຳລັງຄວາມສາມາດຂອງຕົນ, ຫວຽດນາມ ໄດ້ປະສົບຜົນສຳເລັດເມື່ອ ສປຊ ເລືອກເອົາແມ່ນກົມກອງໄດ້ຜັນຂະຫຍາຍຢູ່ຂົງເຂດຊູດັງໃຕ້. ມາຮອດປັດຈຸບັນ, ໂຮງໝໍກາງສະໜາມຂັ້ນ 2 ຂອງ ພວກເຮົາໄດ້ຮັບການຕີລາຄາສູງຈາກກອງທະຫານພັນທະມິດ, ບັນດາຄູ່ຮ່ວມງານ. ພວກເຮົາຢັ້ງຢືນໄດ້ລັກສະນະເປັນມືອາຊີບ, ຈິດໃຈຄວາມຮັບຜິດຊອບສູງ.
ຢູ່ບັນດາຄະນະປະຕິບັດງານ, ກຳລັງເຂົ້າຮ່ວມ ການຮັກສາສັນຕິພາບ ສປຊຂອງ ຫວຽດນາມ ໄດ້ຊ່ວຍອຳນາດການປົກຄອງປະຈຳຖິ່ນ ແລະ ປະຊາຊົນທ້ອງຖິ່ນເຮັດຖະໜົນຫົນທາງ, ສ້າງ, ປັບປຸງຫ້ອງຮຽນ, ຈັດຕັ້ງການສິດສອນໃຫ້ແກ່ພວກນ້ອງນ້ອຍ, ຈັດຕັ້ງການກວດ, ປິ່ນປົວພະຍາດ ແລະ ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ, ແນະນຳປະຊາຊົນເຮັດກະສິກຳເພື່ອປັບປຸງຊີວິດການເປັນຢູ່… ທ່ານ Alptekin Arlantas ຜູ້ບັນຊາການກຳລັງຮັກສາສັນຕິພາບ ສປຊ ຢູ່ Juba, ຊູດັງໃຕ້ ແບ່ງປັນວ່າ:
ຂ້າພະເຈົ້າຢາກເນັ້ນໜັກວ່າ ບັນດາຄູ່ຮ່ວມງານ ຫວຽດນາມ ຢູ່ທີ່ນີ້ໄດ້ປະຕິບັດວຽກງານຂອງຕົນເປັນຢ່າງດີ. ເຂົາເຈົ້າໄດ້ພິສູດໃຫ້ເຫັນວ່າ ເຂົາເຈົ້າແມ່ນຜູ້ຄົນທີ່ນຳມາເຊິ່ງພາລະກຳຮັກສາຄວາມປອດໄພ, ຄວາມສະຫງົບສຸກໃຫ້ແກ່ປະຊາຊົນແຫ່ງນີ້, ເປັນຕົ້ນແມ່ນເປົ້າໝາຍທີ່ມີຄວາມສ່ຽງສູງຄືແມ່ຍິງ ແລະ ເດັກນ້ອຍ. ຂ້າພະເຈົ້າຫວັງວ່າພວກເພື່ອນຈະສືບຕໍ່ປະກອບສ່ວນຮັກສາສັນຕິພາບໂລກ.
ບົນພື້ນຖານຂອງວິວັດການ 11 ປີແຫ່ງການເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ, ຕໍ່ໜ້າຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂອງການເຊື່ອມໂຍງເຂົ້າກັບສາກົນ ແລະ ການຕ່າງປະເທດປ້ອງກັນຊາດ, ກອງທັບປະຊາຊົນ ຫວຽດນາມ ຈະສືບຕໍ່ຮັກສາບັນດາກຳລັງປະຈຳຖິ່ນ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢ່າງເລິກເຊິ່ງກວ້າງຂວາງ, ຍົກສູງຖານະບົດບາດຂອງປະເທດບົນເວທີສາກົນ.