ຂ່າວສານ
ວິທະຍາຄານເຕັກນິກການທະຫານ ຕ້ອງສວມບົດບາດນຳພາໃນການຄົ້ນຄວ້າວິທະຍາສາດ, ເຕັກນິກການທະຫານ
ວິທະຍາຄານເຕັກນິກການທະຫານ ຕ້ອງສວມບົດບາດນຳພາໃນການຄົ້ນຄວ້າວິທະຍາສາດ, ເຕັກນິກການທະຫານ. ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ເລຂາຄະນະພັກການທະຫານສູນກາງ ເມື່ອມາຢ້ຽມຢາມ ແລະ ເຮັດວຽກກັບວິທະຍາຄານເຕັກນິກການທະຫານໃນຕອນເຊົ້າວັນທີ 17 ມີນາ, ຢູ່ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ວິທະຍາຄານເຕັກນິກການທະຫານສຸມໃສ່ປະຕິບັດ 5ທິດທາງສຳຄັນທີ່ໄດ້ກຳນົດ, ໃນນັ້ນ ຕ້ອງເຊື່ອມຊຶມຢ່າງເລິກເຊິ່ງ, ກຳແໜ້ນທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ; ບັນດາທິດທາງຍຸດທະສາດໃນການສ້າງກອງທັບໃນໄລຍະຈະມາເຖິງ. ທ່ານກ່າວວ່າ:
“ຕ້ອງປ່ຽນແປງໃໝ່ເນື້ອໃນ, ລາຍການກໍ່ສ້າງຕາມທິດທັນສະໄໝ, ແທດຈິງ ແລະ ເຊື່ອມຕໍ່ຢ່າງແຮງ, ຕິດພັນກັບພຶດຕິກຳຕົວຈິງ ແລະ ການພັດທະນາຂອງວິທະຍາສາດເຕັກໂນໂລຢີຢ່າງແໜ້ນແຟ້ນ, ຍູ້ແຮງການເຊື່ອມໂຍງສາກົນ, ຖື “ສຳມະນາກອນ, ນັກສຶກສາເປັນໃຈກາງ, ໂຮງຮຽນເປັນພື້ນຖານ, ຄູອາຈານເປັນກຳລັງໜູນ”. ເພີ່ມທະວີການຮ່ວມມືກ່ຽວກັບການກໍ່ສ້າງ, ຄົ້ນຄວ້າວິທະຍາສາດ, ຖ່າຍທອດເຕັກໂນໂລຢີກັບບັນດາອົງການ, ກົມກອງ, ຄູ່ຮ່ວມມືພາຍໃນ ແລະ ຕ່າງປະເທດ; ເສີມຂະຫຍາຍປະສິດທິຜົນຊື່ສຽງຮຽງນາມຂອງໂຮງຮຽນມະຫາວິທະຍາໄລເຕັກນິກ ເລກຸຍດົນ ໃນການຮ່ວມມືສາກົນ.”








