• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດ ເພີ່ມກຳລັງແຮງຕ້ານໂລກລະບາດໂຄວິດ-19 ຜ່ານສື່ສັງຄົມອອນລາຍ

      ຕອນເຊົ້າວັນທີ 17 ສິງຫາ, ທີ່ນະຄອນ ໂຮ່ຈີມິນ, ກຸ່ມບໍລິສັດ BITEX ໄດ້ສົມທົບກັບໜັງສືພິມ ຕ່ຽນຟອງ ປຸກລະດົມລາຍການ “ເພີ່ມກຳລັງແຮງໃຫ້ແນວໜ້າຕ້ານໂລກລະບາດໂຄວິດ-19 ຢູ່ ດ່າໜັງ - ກ໋ວາງນາມ”.

ເພີ່ມກຳລັງແຮງໃຫ້ແນວໜ້າຕ້ານໂລກລະບາດໂຄວິດ-19 ຢູ່ ດ່າໜັງ - ກ໋ວາງນາມ (ພາບ: VTCNEWS)
      ລາຍການດັ່ງກ່າວໄດ້ຮຽກຮ້ອງໃຫ້ທຸກຄົນເຂົ້າຮ່ວມດ້ວຍວິທີແຜ່ພາບ (share) ຂອງລາຍການຜ່ານ facebook ສ່ວນຕົວ ດ້ວຍ hashtag#Bitexgrouptiepsuc. ທີ່ພິທີປຸກລະດົມ, ກຸ່ມບໍລິສັດ BITEX ໄດ້ມອບຊຸດກັນເຊື້ອ 2000 ຊຸດໃຫ້ແກ່ບັນດາແພດໝໍຢູ່ແນວໜ້າຕ້ານໂລກລະບາດໂຄວິດ-19 ຢູ່ ດ່າໜັງ - ກ໋ວາງນາມ ແລະ ຂອງຂວັນ 1.000 ພູດ ເຊິ່ງລວມມີອຸປະກອນການຮຽນທີ່ສະຫງວນໃຫ້ລູກຫຼານຂອງບັນດາແພດໝໍ ດ້ວຍມູນຄ່າກ່ວາ 800 ລ້ານດົ່ງ.
(ແຫຼ່ງຄັດຈາກ VOV)

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

Top