• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດ ສ ເກົາຫຼີ ຢັ້ງຢືນ ສືບຕໍ່ລົງທຶນ ຢູ່ ຫວຽດນາມ

ບັນດາວິສາຫະກິດ ສ ເກົາຫຼີ ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນ ແລະ ບັນດາທ່າແຮງແກ່ງແຍ້ງຂອງ ຫວຽດນາມ; ເຊື່ອໝັ້ນຕໍ່ບັນດາມາດຕະການຂ້ຽວຂາດ, ມີປະສິດທິຜົນຂອງ ຫວຽດນາມ...
  ທ່ານປະທານປະເທດ ຫງວຽນຊວນຟຸກ ເປັນປະທານການໂອ້ລົມສົນທະນາກັບບັນດາກຸ່ມບໍລິສັດ, ວິສາຫະກິດຂະໜາດໃຫຍ່ຂອງ ສ ເກົາຫຼີ  

ໂດຍສືບຕໍ່ລາຍການເຮັດວຽກທາງລັດຖະກິດຢູ່ ສ ເກົາຫຼີ, ຕອນເຊົ້າວັນທີ 6 ທັນວາ, ຢູ່ນະຄອນຫຼວງ ເຊີອຸນ, ທ່ານປະທານປະເທດ ຫງວຽນຊວນຟຸກ ເປັນປະທານການໂອ້ລົມສົນທະນາກັບບັນດາກຸ່ມບໍລິສັດ, ວິສາຫະກິດຂະໜາດໃຫຍ່ຂອງ ສ ເກົາຫຼີ ໃນຂົງເຂດການເງິນ - ທະນາຄານ. ນະທີ່ນີ້, ບັນດາວິສາຫະກິດ  ສ ເກົາຫຼີ ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນ ແລະ ບັນດາທ່າແຮງແກ່ງແຍ້ງຂອງ ຫວຽດນາມ; ເຊື່ອໝັ້ນຕໍ່ບັນດາມາດຕະການຂ້ຽວຂາດ, ມີປະສິດທິຜົນຂອງ ຫວຽດນາມ ໃນການບໍລິຫານເສດຖະກິດມະຫາພາກເປັນປົກກະຕິ, ຮັບມືກັບບັນດາເຫດການຜິດປົກກະຕິ; ຢັ້ງຢືນສືບຕໍ່ເປີດກ້ວາງການລົງທຶນ, ລົງທຶນຄືນໃໝ່ຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.

ສ່ວນທ່ານປະທານປະເທດ ຫງວຽນຊວນຟຸກ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖື ສ ເກົາຫຼີ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນ ແລະ ຍາວນານ; ປາດຖະໜາຢາກພ້ອມກັບ ສ ເກົາຫຼີ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ດ້ວຍເສົາຄ້ຳ ແລະ ກຳລັງໜູນສຳຄັນແມ່ນການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນເປັນສຳຄັນ. ທ່ານປະທານປະເທດ ສົ່ງເສີມບັນດາວິສາຫະກິດ ສ ເກົາຫຼີ ລົງທຶນ ເຂົ້າບັນດາຂົງເຂດບຸລິມະສິດຂອງ ຫວຽດນາມ, ຄື: ເຕັກໂນໂລຊີສູງ, ປ່ຽນແປງໃໝ່ປະດິດຄິດສ້າງ, ຄົ້ນຄ້ວາພັດທະນາ, ເສດຖະກິດດີຈີຕອນ.

ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຟ້າມບິ່ງມິງ ມີການພົບປະ, ເຮັດວຽກກັບທ່ານ Choo Kyung -ho, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງແຜນການ ການເງິນ ສ ເກົາຫຼີ. ຮອງນາຍົກລັດຖະມົນຕີ ສອງທ່ານ ເຫັນດີເປັນເອກະພາບສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາການເຄື່ອນໄຫວໄປ ມາ ຫາສູ່ກັນ, ເຂົ້າ - ອອກເມືອງ ແລະ ຢູ່ອາໄສຂອງພົນລະເມືອງຂອງປະເທດ, ສ້າງເງື່ອນໄຂຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືວັດທະນະທຳ, ກິລາ, ພົວພັນແລກປ່ຽນປະຊາຊົນ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top