• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາລະສານຂອງກະຊວງການຕ່າງປະເທດ ອີຢິບ ຕີລາຄາສູງການພົວພັນລະຫວ່າງ ຫວຽດນາມ ແລະ ອີຢິບ

      ວາລະສານເລກທີ 281 ຂອງກະຊວງການຕ່າງປະເທດ ອີຢິບ ຫວ່າງແລ້ວນີ້ໄດ້ຄັດສະເໜີບົດຂຽນຍາວ 4 ໜ້າດ້ວຍພາສາ ອາຣັບ ທີ່ມີຫົວຂໍ້ວ່າ “55 ປີແຫ່ງວັນສ້າງຕັ້ງການພົວພັນມິດຕະພາບ ຫວຽດນາມ - ອີຢິບຂອງນັກຮຽນຮູ້ ອີຢິບ Adel Abdel Samed.

ວາລະສານຂອງກະຊວງການຕ່າງປະເທດ ອີຢິບ ຕີລາຄາສູງການພົວພັນລະຫວ່າງ ຫວຽດນາມ ແລະ ອີຢິບ
      ບົດຂຽນໄດ້ຕີລາຄາໄລຍະທາງພັດທະນາຂອງການພົວພັນທີ່ເປັນມູນເຊື້ອມິດຕະພາບອັນດີງາມລະຫວ່າງ 2 ປະເທດໃນກ່ວາ 55 ປີຜ່ານມາ. ໃນບົດຂຽນ, ທ່ານ Adel Abdel Samed ໄດ້ເນັ້ນໜັກເຖິງບົດບາດປະຫວັດສາດຂອງປະທານ ໂຮ່ຈີມິນ ທີ່ໄດ້ມາຢ້ຽມຢາມປະເທດຂອງປິຣາມິດ 3 ຄັ້ງ ແລະ ຕັ້ງພື້ນຖານໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອພັດທະນາອັນດີງາມມາຮອດວັນນີ້. ທ່ານ Adel Abdel Samed ໄດ້ຄັດສະເໜີບາງບົດຂຽນຂອງບັນດານັກການທູດ, ບັນດານັກຮຽນຮູ້ ອີຢິບ ທີ່ຍ້ອງຍໍປະທານ ໂຮ່ຈີມິນ ແລະ ຫວຽດນາມ ດ້ວຍຄວາມນິຍົມນັບຖືໃຫຍ່ຫລວງ. ທ່ານ Adel Abdel Samed ໄດ້ເນັ້ນໜັກເຖິງໝາກຜົນແຫ່ງການຮ່ວມມືຂອງ 2 ປະເທດໃນຊຸມປີມໍ່ໆມານີ້, ຢັ້ງຢືນວ່າ ຫວຽດນາມ ແມ່ນປະເທດທີ່ມີພູມສາດຍຸດທະສາດສຳຄັນຢູ່ແຫຼມອິນດູຈິນ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top