• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາງ​ແຜນ​ຜັງ​ແຂວງ ຫວິງ​ຟຸກ ແລະ ຖ໊າຍ​ບິ່ງ ກາຍ​ເປັນ​ບັນ​ດາ​ສູນ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ລະ​ດັບ​ເຂດ

ຫວິງຟຸກ ຈະສວມບົດບາດເປັນໜຶ່ງໃນບັນດາຂົ້ວພັດທະນາ, ເປັນແກ່ນສານຊຸກຍູ້ການພັດທະນາພື້ນຖານອຸດສາຫະກຳທັນສະໄໝຂອງເຂດທົ່ງພຽງແມ່ນ້ຳແດງ, ເປັນໜຶ່ງໃນ 3 ຂົ້ວເຕີບໂຕຂອງເຂດນະຄອນຫຼວງ ຮ່າໂນ້ຍ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ (ພາບ: TTXVN)

ຕອນເຊົ້າວັນທີ 5 ມີນາ, ຄະນະກຳມະການປະຊາຊົນແຂວງ ຫວິງຟຸກ ໄດ້ຈັດກອງປະຊຸມປະກາດການວາງແຜນຜັງແຂວງ ຫວິງຟຸກ ໄລຍະ 2021 – 2030, ວິໄສທັດຮອດປີ 2050. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ຖືວ່າ ການວາງແຜນຜັງແຂວງ ຫວິງຟຸກ ໄດ້ຮັບການສ້າງຂຶ້ນດ້ວຍຈິນຕະນາການບຸກທະລຸ, ວິໄສທັດຍາວນານ; ຫວິງຟຸກ ຈະສວມບົດບາດເປັນໜຶ່ງໃນບັນດາຂົ້ວພັດທະນາ, ເປັນແກ່ນສານຊຸກຍູ້ການພັດທະນາພື້ນຖານອຸດສາຫະກຳທັນສະໄໝຂອງເຂດທົ່ງພຽງແມ່ນ້ຳແດງ, ເປັນໜຶ່ງໃນ 3 ຂົ້ວເຕີບໂຕຂອງເຂດນະຄອນຫຼວງ ຮ່າໂນ້ຍ.

ກໍໃນຕອນເຊົ້າຂອງວັນດຽວກັນ, ຢູ່ນະຄອນ ຖ໋າຍບິ່ງ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ເຂົ້າຮ່ວມກອງປະຊຸມວາງແຜນຜັງແຂວງ ຖ໋າຍບິ່ງ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ແລະ ສົ່ງເສີມການລົງທຶນ. ເປົ້າໝາຍຂອງການວາງແຜນຜັງນຳແຂວງ ຖ໋າຍບິ່ງ ພັດທະນາຢ່າງວ່ອງໄວ, ຮອບດ້ານ ແລະ ຍືນຍົງ ດ້ວຍເປົ້າໝາຍຮອດປີ 2030 ກາຍເປັນທ້ອງຖິ່ນນອນໃນກຸ່ມພັດທະນາດີ ແລະ ແມ່ນໜຶ່ງໃນບັນດາສູນພັດທະນາອຸດສາຫະກຳຂອງເຂດທົ່ງພຽງແມ່ນ້ຳແດງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top