ໝູ່ບ້ານທ່ອງທ່ຽວເຂດຊຸມຊົນ ກິ່ງເຊີນ (ລ້າງເຊີນ) ຫາກໍ່ມີຄວາມເປັນກຽດໄດ້ຮັບນາມມະຍົດ “ໝູ່ບ້ານທ່ອງທ່ຽວດີທີ່ສຸດໃນໂລກ 2025” ໂດຍອົງການທ່ອງທ່ຽວ ສປຊ (UN Tourism) ມອບໃຫ້. ບັນດາສະຖານທີ່ໄດ້ຮັບລາງວັນໃນຄັ້ງນີ້ ໄດ້ຮັບການຄັດເລືອກຈາກສຳເນົາເອກະສານ 270 ຊຸດທີ່ມາຈາກ 65 ປະເທດ, ອີງຕາມມາດຖານກ່ຽວກັບຄຸນຄ່າລັກແຫຼ່ງ ດ້ານຊັບພະຍາກອນທຳມະຊາດ ແລະ ວັດທະນະທຳທ້ອງຖິ່ນ, ພ້ອມທັງມີບັນດາການກະທຳປ່ຽນແປງໃໝ່, ໃຫ້ຄຳໝັ້ນສັນຍາພັດທະນາການທ່ອງທ່ຽວເໝາະສົມກັບເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ.
ລາງວັນນີ້ບໍ່ພຽງແຕ່ເຊີດຊູສະຖານທີ່ທ່ອງທ່ຽວທ້ອງຖິ່ນຂອງລ້າງເຊີນເທົ່ານັ້ນ ຫາກຍັງປະກອບສ່ວນຊ່ວຍການທ່ອງທ່ຽວ ຫວຽດນາມ ກຳນົດທິດ, ຊຸກຍູ້ ແລະ ພັດທະນາຂະແໜງການທ່ອງທ່ຽວຕາມທິດຍືນຍົງ, ມີຄວາມຮັບຜິດຊອບ ແລະ ນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດ, ວັດທະນະທຳເຂດຊຸມຊົນຢູ່ທ້ອງຖິ່ນ, ກໍ່ຄືສ້າງທີ່ຕັ້ງບົດບາດຂອງ ການທ່ອງທ່ຽວ ລ້າງເຊີນໃນແຜນທີ່ການທ່ອງທ່ຽວໂລກ.








