• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລົງ​ມື​ກໍ່​ສ້າງ ແລະ ເປີດ​ການນຳ​ໃຊ້ບາງໂຄງ​ການ ຂອງ ຫວຽດ​ນາມ ຊ່ວຍ​ເຫຼືອ ລາວ

ວັນທີ 22 ມີນາ, ຢູ່ແຂວງ ໄຊສົມບູນທີ່ປະເທດ ລາວ, ຄະນະກຳມະການຮ່ວມມື ຫວຽດນາມ - ລາວ ໄດ້ສົມທົບກັບຄະນະກຳມະການຮ່ວມມື ລາວ - ຫວຽດນາມ ຈັດພິທີລົງມືກໍ່ສ້າງ, ເປີດການນຳໃຊ້ ແລະ ມອບ - ຮັບບາງໂຄງການ ເຊິ່ງລັດຖະບານ ຫວຽດນາມ ຊ່ວຍເຫຼືອລ້າໃຫ້ແກ່ ລັດຖະບານ ລາວ.

ພິທີເປີດການນຳໃຊ້ ແລະ ມອບ - ຮັບໂຄງການກໍ່ສ້າງ ໂຮງຮຽນການທະຫານແຂວງ ໄຊສົມບູນ (ພາບ:TTXVN)

ໂຄງການກໍ່ສ້າງສູນບໍລິການເຕັກນິກກະສິກຳ ຢູ່ແຂວງ ໄຊສົມບູນ ໄດ້ລົງມືກໍ່ສ້າງໃນວັນທີ 22 ມີນາ ມີເນື້ອທີທັງໝົດ 7,2 ເຮັກຕາ ດ້ວຍເງິນລົງທຶນທັງໝົດກວ່າ 5,7 ລ້ານ USD. ໂຄງການດັ່ງກ່າວຄາດວ່າຈະສຳເລັດພາຍໃນເວລາ 2 ປີ.

     ໃນວັນດຽວກັນ, ຜູ້ຕາງໜ້າລັດຖະບານ ຫວຽດນາມ ແລະ ລາວ ໄດ້ເຂົ້າຮ່ວມພິທີເປີດການນຳໃຊ້ ແລະ ມອບ - ຮັບໂຄງການກໍ່ສ້າງ ໂຮງຮຽນການທະຫານແຂວງ ໄຊສົມບູນ ທີ່ມີເງິນລົງທຶນກໍ່ສ້າງທັງໝົດເກືອບ 6,7 ລ້ານ USD. ໂຄງການດັ່ງກ່າວ ໄດ້ລົງມືກໍ່ສ້າງມາແຕ່ເດືອນຕຸລາ 2019.

     ກໍໃນວັນດຽວກັນ, ປະທານຄະນະກຳມະການຮ່ວມມືສອງທ່ານຂອງສອງປະເທດສອງທ່ານ ກໍໄດ້ເຂົ້າຮ່ວມພິທີເປີດນຳໃຊ້ໂຮງງານປຸງແຕ່ງຜະລິດຕະພັນກະເສດ, ຢາສະໝູນໄພ ໄຊສົມບູນ. ນີ້ແມ່ນໂຄງການໂດຍ ບໍລິສັດໃຫຍ່ຮ່ວມມືເສດຖະກິດ (COECCO) ລົງທຶນກໍ່ສ້າງ ດ້ວຍເງິນລົງທຶນປະມານ 1,6 ລ້ານ USD ແນໃສ່ພັດທະນາເສດຖະກິດ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

ພາຍຫຼັງເວລາ 4 ເດືອນທີ່ຜັນຂະຫຍາຍ ຮູບແບບອຳນາດການປົກຄອງ 2 ຂັ້ນ, ຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດໃນເບື້ອງຕົ້ນ ໃນການຈັດຕັ້ງຮູບແບບບໍລິຫານຄືນໃໝ່. ໄລຍະເວລານີ້ໄດ້ສະແດງໃຫ້ເຫັນວິທີກົງຈັກດັດປັບຕໍ່ການປ່ຽນແປງ, ວິທີ ປຊຊ ຮັບຮູ້ ແລະ ສິ່ງສຳຄັນກວ່າແມ່ນຮູບແບບນີ້ພວມເປີດການກຳນົດທິດໃຫ້ແກ່ໄລຍະທາງຕໍ່ໄປ.

Top