ວັນທີ 17 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ສະພາແຫ່ງຊາດລາວ ຊຸດທີ 9ໄດ້ໄຂກອງປະຊຸມສະໄໝວິສາມັນ ເທື່ອທີ 2 ເພື່ອພິຈາລະນາ, ຮັບຮອງເອົາຮ່າງມະຕິສະບັບປັບປຸງລັດຖະທຳມະນູນປີ 2015, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ, ພິຈາລະນາຂໍ້ສະເໜີປັບປຸງກົງຈັກການຈັດຕັ້ງລັດຖະບານຂອງນາຍົກລັດຖະມົນຕີ, ຄົ້ນຄ້ວານະໂຍບາຍໃຫ້ແກ່ນັກລົງທຶນມາລົງທຶນທີ່ເຂດອຸດສາຫະກຳຈຳນວນໜຶ່ງ. ລາຍງານຢູ່ກອງປະຊຸມສະໄໝວິສາມັນເທື່ອທີ 2, ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ຮ່າງມະຕິວ່າດ້ວຍການປັບປຸງລັດຖະທຳມະນູນ 2015 ກຳນົດອຳນາດການປົກຄອງທ້ອງຖິ່ນໄດ້ຈັດຕັ້ງຕາມ 3 ຂັ້ນລວມມີ: ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຕາແສງ. ການປັບປຸງລັດຖະທຳມະນູນແມ່ນເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາໃນສະພາບການໃໝ່ຂອງປະເທດຊາດ, ເໝາະສົມກັບທ່າອ່ຽງປັບປຸງກົງຈັກລັດຕາມທິດກະທັດລັດ, ມີປະສິດທິຜົນ.