• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ​ຍົກ​ເລີກ​​ຂໍ້​ກຳ​ນົດ​​ແຈ້ງ​ໃບຢັ້ງ​ຢືນ​ສັກ​ວັກ​ຊີນ​ປ້ອງ​ກັນ ໂຄວິດ 19 ເມື່ອ​ເຂົ້າ​​ປະ​ເທດ

ວັນທີ 26 ທັນວາ, ລັດຖະບານລາວໄດ້ຍົກເລີກບັນດາຂໍ້ກຳນົດ ກ່ຽວກັບການແຈ້ງໃບຢັ້ງຢືນສັກວັກຊີນປ້ອງກັນ ໂຄວິດ 19 ແລະ ການກວດຫາເຊື້ອໂຄວິດ 19 ດ້ວຍເຄື່ອງກວດແບບໄວ ພາຍໃນດ 48 ຊົ່ວໂມງ ກ່ອນເດີນທາງເຂົ້າປະເທດ.
  ພາບປະກອບ: TTXVN  

ວຽກງານດັ່ງກ່າວແມ່ນໜຶ່ງໃນບັນດານະໂຍບາຍໃໝ່ຂອງລາວ ສະແດງອອກເຖິງການຄວບຄຸມໂລກລະບາດໂຄວິດ 19 ໄດ້ດີ ຂອງລັດຖະບານລາວ ໃນໄລຍະຜ່ານມາ ແລະກໍ່ເພື່ອຊຸກຍູ້ ແລະ ພັດທະນາເສດຖະກິດຂອງປະເທດຊາດໃນໄລຍະຫຼັງໂຄວິດ 19.

ກ່ອນໜ້ານີ້, ວັນທີ 9 ພຶດສະພາ 2022, ລັດຖະບານລາວໄດ້ປະກາດເປີດປະຕູທຸກດ່ານຊ່າຍແດນສາກົນ ແລະ ອະນຸຍາດໃຫ້ພົນລະເມືອງລາວ, ຄົນຕ່າງປະເທດ, ຜູ້ບໍ່ມີສັນຊາດ ໄດ້ເຂົ້າ-ອອກ ລາວ; ພົນລະເມືອງບັນດາປະເທດທີ່ມີຂໍ້ຕົກລົງຍົກເວັ້ນວີຊາກັບ ລາວ ສາມາດເຂົ້າປະເທດໂດຍບໍ່ຈຳເປັນຕ້ອງຂໍວີຊາ. ແນວໃດກໍ່ຕາມ, ເມື່ອເຂົ້າປະເທດຕ້ອງມີໃບຢັ້ງຢືນສັກວັກຊີນປ້ອງກັນ ໂຄວິດ 19 ແລະ ຜົນກວດດ້ວຍເຄື່ອງກວດແບບໄວ ພາຍໃນໄລຍະ 48 ຊົ່ວໂມງ.

 

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top