• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ​ ໄຂ​ປີ​ທ່ອງ​ທ່ຽວ 2024 ຢ່າງ​ເປັນ​ທາງ​ການ

ວັນທີ 23 ພະຈິກ, ຢູ່ ວຽງຈັນ, ລາວ, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ກ່າວປະກາດໄຂປີທ່ອງທ່ຽວ ລາວ 2024 ຢ່າງເປັນທາງການດ້ວຍຫົວຂໍ້ “ທ່ອງທ່ຽວລາວ ປອດໄພ ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ”.
ພິທີໄຂປີທ່ອງທ່ຽວລາວ 2024 (ພາບ: VOV)

ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເນັ້ນໜັກວ່າ ປີທ່ອງທ່ຽວ ລາວ 2024 ດຳເນີນໃນຈຸດເວລາທີ່ ລາວ ເປັນປະທານໝູນວຽນ ອາຊຽນ. ດັ່ງນັ້ນ, ນີ້ແມ່ນໂອກາດເພື່ອໃຫ້ ລາວ ແນະນຳອອກສູ່ໂລກ ກ່ຽວກັບປະເທດລາວ ທີ່ເຂັ້ມຂົ້ນໄປດ້ວຍວັດທະນະທຳ ແລະ ປະເພນີ; ພ້ອມດຽວກັນນັ້ນ ກໍຊ່ວຍໃຫ້ແຂກທ່ອງທ່ຽວມີການສຳຜັດທີ່ຍາກຈະລືມໄດ້ ແລະ ສົ່ງເສີມແຂກທ່ອງທ່ຽວໃຫ້ກັບມາຢ້ຽມຢາມ ລາວ ໃນອະນາຄົດ.

ຕາມແຜນການແລ້ວ, ປີທ່ອງທ່ຽວລາວ 2024 ຈະມີ 79 ກິດຈະກຳດຳເນີນໃນຂອບເຂດທົ່ວປະເທດ. ລາວ ຫວັງວ່າ ດ້ວຍການກະກຽມຢ່າງລອບຄອບຖີ່ຖ້ວນໃນທຸກດ້ານ ແລະ ຄວາມສະໜິດສະໜົມ, ຮັກແພງແຂກຄົນຂອງປະຊາຊົນລາວ, ປີທ່ອງທ່ຽວລາວ 2024 ຈະປະສົບຜົນສຳເລັດໄປຢ່າງຈົບງາມ ແລະ ດຶງດູດແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຢ່າງໜ້ອຍສຸດ 4,6 ລ້ານເທື່ອຄົນ, ບັນລຸລາຍຮັບປະມານ 700 ລ້ານ USD.

(ແຫຼ່ງຄັດຈາກ VOV)

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລ້ວ ຈຸດ​ສຸມ​ຂອງ ການ​ຢ້ຽມ​ຢາ​ສິງ​ກະ​ໂປ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ແມ່ນ​ການ​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ Shangri-la.

Top