• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວຍົກລະດັບສະກັດກັ້ນໂລກພະຍາດໂຄວິດ-19 ຂຶ້ນຢູ່ລະດັບສູງສຸດ

      ປະຈຸບັນຢູ່ປະເທດ ລາວ ຍັງບໍ່ທັນກວດພົບກໍລະນີຕິດໂລກພະຍາດໂຄວິດ-19, ແຕ່ວ່າຕໍ່ໜ້າການຜັນແປທີ່ສັບສົນຂອງໂລກລະບາດຢູ່ບາງປະເທດ ແລະ ໃນໂລກ, ປະເທດລາວ ໄດ້ຍົກລະດັບການສະກັດກັ້ນຂຶ້ນຢູ່ລະດັບສູງສຸດ.

(ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີການຕ່າງປະເທດລາວ
ແລະ ຮອງລັດຖະມົນຕີກະຊວງສາທາລະນະສຸກ)
      ກ່າວຄຳເຫັນທີ່ກອງປະຊຸມຂ່າວໃນວັນທີ 19 ມີນາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີການຕ່າງປະເທດລາວ, ໃຫ້ຮູ້ວ່າ:
“ມາຮອດຈຸດເວລານີ້, ລາວ ໄດ້ຮັບຖືວ່າແມ່ນປະເທດໂຊກດີທີ່ຍັງບໍ່ທັນໄດ້ກວດພົບກໍລະນີຕິດໂລກພະຍາດໂຄວິດ-19 ເທື່ອ. ພວກເຮົາອາດໄດ້ຍິນຂ່າວຄາວກ່ຽວກັບບັນດາກໍລະນີຕິດເຊື້ອໄວຣັດຢູ່ ລາວ, ແຕ່ບັນດາກໍລະນີຖືກສົງໄສຫຼ້າສຸດກ່ອນນີ້ 2- 3 ວັນ ເມື່ອວິເຄາະແລ້ວມີຜົນລົບ. ຕໍ່ໜ້າສະພາບໂລກລະບາດຢູ່ບາງປະເທດໃນພາກພື້ນທີ່ມີສັນຍານສັບສົນ, ພວກຂ້າພະເຈົ້າຈະພິຈາລະນາກຳລັງຄວາມສາມາດຂອງບັນດາດ່ານຊາຍແດນໃນວຽກງານກວດພົບກໍລະນີຕິດໄວຣັດ. ຖ້າຫາກສະພາບການສັບສົນຂຶ້ນຕື່ມ, ພວກຂ້າພະເຈົ້າຈະພິຈາລະນາປິດປະຕູດ່ານຊາຍແດນສາກົນບາງແຫ່ງ”.
ນັບແຕ່ວັນທີ 19 ມີນາ, ລາວ ໄດ້ຍົກລະດັບການສະກັດກັ້ນພະຍາດໂຄວິດ-19 ຂຶ້ນຢູ່ລະດັບສູງ ສຸດ, ດ້ວຍບັນດາການເຄື່ອນໄຫວຄື: ຢຸດຕິການເຄື່ອນໄຫວຢູ່ບັນດາຮາກຖານການສຶກສານັບແຕ່ຂັ້ນອະນຸບານໃນທົ່ວປະເທດຈົນຮອດວັນທີ 24 ເມສາ; ປິດ 100 ປະຕູດ່ານຊາຍແດນທ້ອງຖິ່ນ ແລະ ປະເພນີ ຢູ່ລຽບຕາມເສັ້ນຊາຍແດນທີ່ບໍ່ຕອບສະໜອງເງື່ອນໄຂດ້ານສາທາລະນະສຸກ.
ນັບແຕ່ວັນທີ 20 ມີນາ, ລາວ ຈະຢຸດຕິການອອກວີຊາຝ່າຍດຽວໃຫ້ແກ່ນັກທ່ອງທ່ຽວເຂົ້າເມືອງໃນຮອບເວລາ 30 ວັນ, ເວັ້ນເສຍຜູ້ຖືໜັງສືຜ່ານແດນທາງການທູດ, ທາງລັດຖະການ, ແຕ່ຕ້ອງມີໃບຢັ້ງຢືນອາການສຸຂະພາບຂອງອົງການທີ່ມີໜ້າທີ່. ລັດຖະບານລາວ ກໍກ່າວເຕືອນໃຫ້ ພົນລະເມືອງປະເທດນີ້ຈຳກັດການກັບເມືອປະເທດ. ກໍລະນີພິເສດຕ້ອງເຂົ້າເມືອງ ຄວນປະຕິບັດການແຍກຕົວ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top