• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວຈະຈັດຕັ້ງກອງປະຊຸມວົງແຄບ ລັດຖະມົນຕີການຕ່າງປະເທດອາຊຽນ

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 48
(ພາບ: ThuHien)
          ປີ 2016, ​ໃນ​ຖານະ​ຕຳ​ແໜ່​ງ​ເປັນ​ປະທານ ອາ​ຊຽນ, ສາທາລະນະ​ລັດ​ປະຊາທິປະ​ໄຕ ປະຊາຊົນ ລາວ ​ໄດ້​ເລືອກ​ເຟັ້ນຫົວ​ຂໍ້​ຂອງ ອາ​ຊຽນ ປີ 2016 ​ແມ່ນ “ຫັນ​ວິ​ໄສ​ທັດກາຍ​ເປັນ​ພຶດຕິ​ກຳ​ຕົວ​ຈິງ ​ເພື່ອ​ປະຊາ​ຄົມ ອາ​ຊຽນ ທີ່ຂະຫຍັນ​ຂັນ​ເຄື່ອ​ນ”. ລາວ ຈະ​ດຳ​ເນີນ​ການຈັດ​ຕັ້ງ​ກອງ​ປະຊຸມ​ວົງ​ແຄບ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ຊຽນ ​ໃນ​ວັນ​ທີ 27/02 ຈະ​ມາ​ເຖິງ ຢູ່​ນະຄອນຫລວງ ວຽງ​ຈັນ ​ໂດຍ​ພາຍ​ໃຕ້ການ​ເປັນ​ເຈົ້າພາບ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ​ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ ລາວ. ທີ່​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ຈະ​ປຶກສາ​ຫາລື​ທິດ​ທາງ ​ແລະ ​ແນວທາງ​ຈັດ​ຕັ້ງ​ປະຕິບັດ​ວິ​ໄສ​ທັດ​ປະຊາ​ຄົມ ອາ​ຊຽນ 2025 ​ເຊິ່ງ​ໄດ້ຮັບຮອງ​ເອົາ​ຢູ່​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 27 ​​ທີ່ດຳ​ເນີນ​​ເມື່ອ​ເດືອນ 11/2015 ຜ່ານ​ມາ ຢູ່ ມາ​ເລ​ເຊຍ ​ແລະ ລາວ ຈະ​ສະ​ເໜີ​ບຸລິມະສິດ​ໃຫ້​ປີ​​ເປັນ​ປະທານ 2016. ກອງ​ປະຊຸມ​ກໍ່​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ສາຍ​ພົວພັນ​ກັບ​ພາຍ​ນອກ ​ແລະ ​ເປັນກາງ​ຂອງ ອາ​ຊຽນ ​ໃນ​ການ​ຜັນ​ແປ​ຂອງ​ພາກ​ພື້ນ, ພ້ອມ​ກັນ​ນັ້ນ ​ແມ່ນ​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ​ໂລກ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ກ່ອນ​ທີ່​ດຳ​ເນີນ​ກອງ​ປະຊຸມ​ວົງ​ແຄບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ​ໃນ​ລະຫວ່າງ​ວັນ​ທີ 25 – 26/02/2016, ລາວ ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ຄະນະ​ກຳມະການ​ປະຈຳ ອາ​ຊຽນ ​ແລະ ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາ​ຊຽນ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top