ລາຍການສະແດງສິລະປະພິເສດ “ຂອງຂວັນເດືອນ ພືດສະພາຖະຫວາຍແດ່ເພິ່ນ” ໄດ້ດຳເນີນໃນຕອນຄ່ຳວັນທີ 14 ພຶດສະພາຢູ່ ໂຮງລະຄອນໃຫຍ່ຮ່າໂນ້ຍ. ລາຍການໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຊີ້ນຳໜັງສືພິມວັດນະທະທຳສົມທົບກັບໂຮງລະຄອນຮ້ອງເພງ, ຟ້ອນ, ດົນຕີ ຫວຽດນາມ ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 - 19/5/2025).
“ຂອງຂວັນເດືອນ ພືດສະພາ ຖະຫວາຍແດ່ເພິ່ນ” ແມ່ນລາຍການສະແດງສິລະປະທີ່ມີຄວາມໝາຍດ້ານການເມືອງ, ວັດທະນະທຳທີ່ເລິກເຊິ່ງ, ສະແດງຄວາມຮູ້ບຸນຄຸນ ແລະ ນ້ຳໃຈຄວາມຮັກແພງຂອງທົ່ວປະເທດຕໍ່ປະທານໂຮ່ຈີມິນ. ທ່ານເອກອັກຄະລັດຖະທູດ, ສາດສະດາຈານ, ປ.ອ ຫວູເຢືອງຮວນ, ອະດີດອຳນວຍການສະຖາບັນການຕ່າງປະເທດຢັ້ງຢືນວ່າ
ສັນຕິພາບແມ່ນຄວາມມຸ່ງຫວັງຂອງທຸກຊົນຊາດ. ວັດທະນະທຳສັນຕິພາບແມ່ນຈຸດທີ່ເປັນເອກະລັກສະເພາະຂອງທ່ານປະທານ ໂຮ່ຈີມິນ, ແມ່ນຈຸດລຸລວງ, ຫຼັກແຫຼ່ງຂອງແນວຄິດປະທານໂຮ່ຈີມິນ.
ລາຍການ “ຂອງຂວັນເດືອນ ພຶດສະພາຖະຫວາຍແດ່ເພິ່ນ” ໄດ້ວາດພາດເຖິງຊີວິດການເປັນຢູ່ ແລະ ພາລະກິດປະຕິວັດອັນສູງສົ່ງຂອງປະທານໂຮ່ຈີມິນ.