• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກຊົມ​ເຊີຍ​ປະ​ເທດ​ກ້າວ​ເຂົ້າ​ສູ່ “ສັງ​ກາດ​ໃໝ່”

ດ້ວຍຫົວຂໍ້ “ນະຄອນ ໂຮ່ຈີມິນ - ສະຫງ່າລາສີໃນສັງກາດໃໝ່”, ລາຍການໄດ້ສະແດງຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອປະຫວັດສາດ, ວັດທະນະທຳ ແລະ ປະຊາຊົນພາກໃຕ້ຜ່ານ 3 ສະຕະວັດແຫ່ງການສ້າງຕັ້ງ, ກໍ່ສ້າງ ແລະ ພັດທະນາ.
ລາຍການສະແດງສິລະປະ ຢູ່ດ່າໜັງ (ພາບ: VOV)

ຕອນຄ່ຳວັນທີ 30 ມິຖຸນາ, ຢູ່ຖະໜົນຍ່າງ ຫງວຽນເຮ້ວ, ຄະນະຈັດຕັ້ງການສະເຫຼີມສະຫຼອງບັນດາວັນບຸນສຳຄັນຂອງຄະນອນ ໂຮ່ຈີມິນ ໄດ້ຈັດລາຍການສະແດງສິລະປະສະເຫຼີມສະຫຼອງ 327 ປີແຫ່ງວັນສ້າງຕັ້ງນະຄອນ ໄຊງ່ອນ - ເຈິເລີນ - ຢາດິ້ງ - ນະຄອນ ໂຮ່ຈີມິນ (1698 – 2025) ແລະ ສະເຫຼີມສະຫຼອງວັນຄົບ 49 ປີນະຄອນ ໄຊງ່ອນ - ຢາດິງ ໃສ່ຊື່ປະທານ ໂຮ່ຈີມິນ ຢ່າງເປັນທາງການ.  ດ້ວຍຫົວຂໍ້ “ນະຄອນ ໂຮ່ຈີມິນ - ສະຫງ່າລາສີໃນສັງກາດໃໝ່”, ລາຍການໄດ້ສະແດງຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອປະຫວັດສາດ, ວັດທະນະທຳ ແລະ ປະຊາຊົນພາກໃຕ້ຜ່ານ 3 ສະຕະວັດແຫ່ງການສ້າງຕັ້ງ, ກໍ່ສ້າງ ແລະ ພັດທະນາ. ລາຍການສະແດງສິລະປະ ບໍ່ພຽງແຕ່ເຊີດຊູຄຸນຄ່າທີ່ເປັນມູນເຊື້ອເທົ່ານັ້ນ ຫາກຍັງສະແດງຈິດໃຈປ່ຽນແປງໃໝ່, ເຊື່ອມໂຍງ, ບືນຕົວຂຶ້ນລະດັບສາກົນຂອງນະຄອນໃນສັງກາດໃໝ່.

ຢູ່ແຄມຝັ່ງແມ່ນ້ຳ ຮ່ານ, ຕອນຄ່ຳວັນທີ 30 ມິຖຸນາ, ນະຄອນ ດ່າໜັງ ໄດ້ຈັດລາຍການສະແດງສິລະປະ ປະກອບສ່ວນສ້າງບັນຍາກາດເບີກບານມ່ວນຊື່ນ, ຄຶກຄື້ນ, ເພີ່ມພູນຄວາມເຊື່ອມໝັ້ນຂອງປະຊາຊົນຕໍ່ພາລະກິດພັດທະນານະຄອນ ດ່າໜັງໃໝ່. ທ່ານ ຫງວຽນວັນກຸງ, ປະຊາຊົນນະຄອນ ດ່າໜັງ, ແບ່ງປັນວ່າ:

“ລາຍການສະແດງສິລະປະຮັບໃຊ້ປະຊາຊົນນະຄອນ ໄດ້ສ້າງບັນຍາກາດທີ່ຟົດຟື້ນ. ນີ້ແມ່ນຂີດໝາຍສຳຄັນ, ບໍ່ພຽງແຕ່ໃນຊີວິດການເມືອງເທົ່ານັ້ນ ຫາກຍັງໃນຈິດສຳນຶກຂອງປະຊາຊົນ. ເຫດການໄດ້ສ້າງບາດກ້າວປ່ຽນແປງຄັ້ງໃຫຍ່ໃນກົງຈັກອຳນາດການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນຮູ້ສຶກຕື່ນເຕັ້ນຕໍ່ໜ້າບາດກ້າວພັດທະນາໃໝ່. ອາດເວົ້າໄດ້ວ່າ, ນີ້ແມ່ນການປະຕິວັດທີ່ມີຄວາມເຫັນດີເຫັນພ້ອມ ແລະ ການສະໜັບສະໜູນຈາກປະຊາຊົນ”

ກໍໃນຕອນຄ່ຳຂອງວັນດຽວກັນ, ແຂວງ ກາເມົາ ໄດ້ຈັດລາຍການສະແດງສິລະປະ ແລະ ຍິງບັ້ງໄຟດອກ ດ້ວຍຫົວຂໍ້: “ກາເມົາ: ຄວາມສາມັກຄີພັດທະນາ - ກ້າວເດີນອະນາຄົດຢ່າງໝັ້ນຍືນ”.

(ແຫຼ່ງຄັດຈາກ VOV)

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລ້ວ ຈຸດ​ສຸມ​ຂອງ ການ​ຢ້ຽມ​ຢາ​ສິງ​ກະ​ໂປ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ແມ່ນ​ການ​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ Shangri-la.

Top