• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍ​ການ​ສະ​ແດງ​ສິ​ລະ​ປະ ຫວຽດ​ນາມ - ລາວ

ໃນຂອບເຂດວັນບຸນໄມຈີຈິດມິດຕະພາບ ພິເສດ ຫວຽດນາມ - ລາວ ປີ 2023, ຕອນຄ່ຳວັນທີ 11 ພະຈິກ, ຢູ່ນະຄອນເຫ້ວ ໄດ້ດຳເນີນລາຍການສະແດງສິລະປະ ຫວຽດນາມ - ລາວ ດ້ວຍຫົວຂໍ້ “ສາຍໃຈ ຫວຽດນາມ -ລາວ - ຍືນຍົງຄົງຕົວຈົນຊົ່ວກາລະນານ”.
ລາຍການສະແດງສິລະປະສາຍໃຈ ຫວຽດນາມ -ລາວ - ຍືນຍົງຄົງຕົວຈົນຊົ່ວກາລະນານ

ຜ່ານຫຼາຍລາຍການສະແດງດົນຕີ, ການຟ້ອນ, ການສະແດງແຟຊັນ ທີ່ພົ້ນເດັ່ນ ແລະ ດຶງດູດໃຈ, ຜູ້ຊົມຈະມີຄວາມເຂົ້າໃຈຫຼາຍກ່ວາອີກກ່ຽວກັບວັດທະນະທຳ, ມູນເຊື້ອອັນດີງາມ, ນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ, ກໍ່ຄືບັນດາຜົນສຳເລັດຂອງນ້ຳໃຈຖານອ້າຍນ້ອງ, ມູນເຊື້ອ ແລະ ຍືນຍົງມຸ່ງໄປເຖິງອະນາຄົດຂອງສອງປະເທດ.

ລາຍການສະແດງສິລະປະ ຫວຽດນາມ - ລາວ ແມ່ນໂອກາດເພື່ອຫວນຄືນ, ສືບທອດມູນເຊື້ອຕໍ່ສູ້ປະຕິວັດຂອງຄົນລຸ້ນກ່ອນ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະຝ່າຍເພື່ອແນໃສ່ຍູ້ແຮງການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ, ເສີມຂະຫຍາຍຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມ, ການພົວພັນມີ່ນັ້ບມື້ນັບໝັ້ນແກ່ນ ແລະ ສືບຕໍ່ແຕກດອກອອກຜົນ.

(ແຫຼ່ງຄັດຈາກ VOV)

ຈັດ​ຕັ້ງ​ພິ​ທີ​ໄຫ້​ວ​ອາໄລ ແລະ ບົ່ງອັດ​ຖິ 9 ຊຸດ​ທີ່​ເປັນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ລາວ​ໃນ​ສະ​ໄໝ​ສົງ​ຄາມ

ຈັດ​ຕັ້ງ​ພິ​ທີ​ໄຫ້​ວ​ອາໄລ ແລະ ບົ່ງອັດ​ຖິ 9 ຊຸດ​ທີ່​ເປັນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ລາວ​ໃນ​ສະ​ໄໝ​ສົງ​ຄາມ

ທ່ານ​ເຈິ່ນ​ເກ​ິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການສູນ​ກາ​ງ​ພັກ ແລະ ບັນ​ດາ​ຜູ້​ແທນ​ໄດ້​ຖະ​ຫວາຍ​ດອກ​ໄມ້, ຈຸດ​ທູດ​ທຽນ ແລະ ໄຫວ້​ອາ​ໄວ​ຕໍ່​ວິນ​ຍານ​ຂອງ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ.

Top