• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍ​ການ​ທ່ອງ​ທ່ຽວ ວັນ​ໝຽວ - ກວັກ​ຕື​ຢາມ ຍາມ​ຄ່ຳ​ຄືນ: ສິ່ງຍອດ​ຍິ່ງ​ທາງ​ດ້ານ​ການ​ຮຽນ

ລາຍການທ່ອງທ່ຽວ ວັນໝຽວ - ກວັກຕືຢາມ ຍາມຄ່ຳຄືນ ດ້ວຍຫົວຂໍ້ “ສິ່ງຍອດຍິ່ງທາງດ້ານການຮຽນ” ໂດຍສູນການເຄື່ອນໄຫວວັດທະນະທຳ, ວິທະຍາສາດ ວັນໝຽວ - ກວັກຕືຢາມ ຈັດຕັ້ງ ໄດ້ເປີດຕົວຢ່າງເປັນທາງການ.
ລາຍການທ່ອງທ່ຽວ ວັນໝຽວ - ກວັກຕືຢາມ ຍາມຄ່ຳຄືນ ດ້ວຍຫົວຂໍ້ “ສິ່ງຍອດຍິ່ງທາງດ້ານການຮຽນ” ໃນຕອນຄ່ຳວັນທີ 29 ຕຸລາ (ພາບ: TTXVN)

ຕອນຄ່ຳວັນທີ 29 ຕຸລາ, ຢູ່ຮ່າໂນ້ຍ, ລາຍການທ່ອງທ່ຽວ ວັນໝຽວ - ກວັກຕືຢາມ ຍາມຄ່ຳຄືນ ດ້ວຍຫົວຂໍ້ “ສິ່ງຍອດຍິ່ງທາງດ້ານການຮຽນ” ໂດຍສູນການເຄື່ອນໄຫວວັດທະນະທຳ, ວິທະຍາສາດ ວັນໝຽວ - ກວັກຕືຢາມ ຈັດຕັ້ງ ໄດ້ເປີດຕົວຢ່າງເປັນທາງການ. ເມື່ອເຂົ້າຮ່ວມລາຍການທ່ອງທ່ຽວນີ້, ແຂກທ່ອງທ່ຽວຈະໄດ້ຄົ້ນຫາເຂດປູຊະນີຍະສະຖານໃນຕອນຄ່ຳ, ຊອກຮູ້ກ່ຽວກັບມູນເຊື້ອການຮຽນຂອງ ຫວຽດນາມ ຜ່ານບັນດາກິດຈະກຳ ທີ່ໝູນໃຊ້ເຕັກໂນໂລຢີ 3D Mapping ທີ່ເປັນເອກະລັກ. ຜ່ານນັ້ນ ກໍ່ຊ່ວຍໃຫ້ແຂກທ່ອງທ່ຽວຊອກຮູ້ກ່ຽວກັບມູນເຊື້ອເຄົາລົບນັບຖືຄູບາອາຈານ, ຖືເປັນສຳຄັນຕໍ່ກັບຜູ້ທີ່ມີຄວາມເກັ່ງກ້າສາມາດ, ກ່ຽວກັບປະຫວັດສາດແຫ່ງການສ້າງສາ ແລະ ພັດທະນາຂອງໂຮງຮຽນແຫ່ງທຳອິດຂອງ ຫວຽດນາມ ພາຍໃຕ້ສະໄໝລາຊາທິປະໄຕ. ນອກຈາກນັ້ນ, ແຂກທ່ອງທ່ຽວຍັງໄດ້ສຳຜັດກັບຜະລິດຕະພັນເຕັກໂນໂລຢີແວ່ນຕາສະເໝືອນຈິງ ແລະ ຮັບຊົມບັນດາລາຍການສະແດງສິລະປະພືິ້ນເມືອງອີກດ້ວຍ.

ເວລາເປີດປະຕູຮັບໃຊ້ລາຍການທ່ອງທ່ຽວດັ່ງກ່າວ ແມ່ນແຕ່ 19 ໂມງ ຫາເວລາ 22 ໂມງ 30 ນາທີ ຂອງມື້ວັນພຸດ, ວັນເສົາ ແລະ ວັນອາທິດ.

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top