• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍ​ການ​ຖ່າຍ​ທອດ​ສົດພິ​ເສດ “ຊື່​ຂອ​ງ​ເພິ່ນປະ​ກາຍ​ແຈ້ງ”: ແຜ່​ກະ​ຈາຍ​ຄວາມ​ເອ​ກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ນະ​ຄອນ ໂຮ່​ຈີ​ມິນ

ຕອນ​ຄ່ຳ​ວັນ​ທີ 2 ກໍ​ລະ​ກົດ, ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຈັດ​ລາຍ​ການ​ຖ່າຍ​ທອດ​ສົດ “ຊື່​ຂອງ​ເພິ່ນ​ປະ​ກາຍ​ແຈ້ງ”, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ນະ​ຄອນ ໄຊ​ງ່ອນ - ຢາ​ດິ້ງ​ມີ​ຄວາມ​ເປັນ​ກຽດ​ໄດ້​ໃສ່​ຊື່​ຂອງ​ປະ​ທານ​ໂຮ່​ຈີ​ມິນ (2/7/1976 - 2/7/2026).
  ລາຍ​ການ​ຖ່າຍ​ທອດ​ສົດພິ​ເສດ “ຊື່​ຂອ​ງ​ເພິ່ນປະ​ກາຍ​ແຈ້ງ”: ແຜ່​ກະ​ຈາຍ​ຄວາມ​ເອ​ກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ນະ​ຄອນ ໂຮ່​ຈີ​ມິນ(ພາບ: VNA  
ລາຍ​ກາ​ນ​ມີຈຸດ​ຖ່າຍ​ທອດ​ສົດ​ຢູ່​ສະ​ໜາມຫຼວງ ໂທ້ງ​ເຍິດ (ຕາ​ແສງ​ເບັ້ນ​ແທັງ), ເຊື່ອມ​ຕໍ່​ໂດຍ​ກົງ​ກັບ ເຂດໃຈ​ກາງ​ນະ​ຄອນໃໝ່ (ຕາ​ແສງບິ່ງ​ເຢືອງ), ສະ​ໜາມຫຼວງ ທາບຕາມ​ທັ້ງ (ຕາ​ແສງຫວູງ​ເຕົາ), ເຂດ​ພິ​ເສດ ດົນ​ດາວ, ທ່າ​ກຳ​ປັ່ນ​ກອງ​ທັບ ກາມ​ແຣງ (ທະ​ຫານ​ເຮືອ​ເຂດ 4), ພ້ອມ​ທັງ​ຖ່າຍພ​າບ​ຢູ່​ສະ​ໜາມຫຼວງ ບາ​ດິ່ງ - ສຸ​ສານ​ປະ​ທານ​ໂຮ່​ຈີ​ມິນ (ຮ່າ​ໂນ້ຍ) ແລະ ເຂດ​ມໍ​ລະ​ດົກ​ປະ​ຫວັດ​ສາດ ກິມ​ລຽນ (ເງະ​ອານ). ລາຍ​ການ​ໄດ້​ຮັບ​ການ​ຈັດຂຶ້ນ​ຢ່າງ​ພິ​ຖີ​ພິ​ຖັນ​ດ້ວຍ​ສາມ​ພ​າກ​ລວມ​ມີ: ນະ​ຄອນ​ຂອງ​ຄວາມ​ມຸ່ງ​ຫວັງ​ເປັນ​ເອ​ກະ​ພາບ, ນະ​ຄອນ​ຂອງ​ຄວາມ​ມຸ່ງ​ຫວັງ​ບືນ​ຕົວ​ຂຶ້ນ ແລະ ນະ​ຄອນ​ໃນ​ສັງ​ກາດ​ໃໝ່ເຊິ່ງ ວາດ​ພາບ​ວິ​ວັດ​ການ​ປະ​ຫວັດ​ສາດ​ຂອງ ນະ​ຄອນ​ໂຮ່​ຈີ​ມິນ ນັນ​ແຕ່​ເວ​ລາ​ປະ​ເທດ​ຊາດໄດ້​ຮັບ​ການ​ທ້ອນ​ໂຮມ​ເປັນ​ເອ​ກະ​ພາບຕະຫຼອດ​ຮອດ​ໄລ​ຍະ​ປ່ຽນ​ແປງ​ໃໝ່, ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ.

(ແຫຼ່ງຄັດຈາກ VOV)

ສ້າງກອບ​ສະ​ຖາ​ປາ​ນິກ​ສັງ​ລວມ​ປະ​ເທດ​ດີ​ຈີ​ຕອນ ຮັບ​ໃຊ້​ການ​ບໍ​ລິ​ຫານ​ປະ​ເທດ

ສ້າງກອບ​ສະ​ຖາ​ປາ​ນິກ​ສັງ​ລວມ​ປະ​ເທດ​ດີ​ຈີ​ຕອນ ຮັບ​ໃຊ້​ການ​ບໍ​ລິ​ຫານ​ປະ​ເທດ

ຕອ​ນ​ບ່​າຍ​ວັນ​ທີ 03 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ສ້າງກອບ​ສະ​ຖາ​ປາ​ນິກ​ສັງ​ລວມ​ປະ​ເທດ​ດີ​ຈີ​ຕອນ ແລະ ພັດ​ທະ​ນາ​ບັນ​ດາ​ຮາກ​ຖານ​ຂໍ້​ມູນ​ແຫ່ງ​ຊາດ, ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ.

Top