• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການຖ່າຍທອດສົດທາງໂທລະພາບອວຍພອນບຸນເຕັດນັກຮົບແລະປະຊາຊົນເມືອງເກາະເຈື່ອງຊາ

      ລາຍການຖ່າຍທອດສົດທາງໂທລະພາບໂດຍມີການເຊື່ອມຕໍ່ກັບ 4 ແຫ່ງລວມມີ: ນະຄອນຍາຈາງ, ນະຄອນກາມແຣງ, ເທດສະບານ ນິງຮ່ວາ ແລະ ເທດສະບານ ເຈື່ອງຊາ, ເມືອງເກາະ ເຈື່ອງຊາ

(ພາບ: baokhanhhoa.vn)
      ຕອນຄ່ຳວັນທີ 21 ມັງກອນ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງແຄ໊ງຮ່ວາ ໄດ້ຈັດພິທິສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູມິດຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2020), 90 ປີແຫ່ງວັນສ້າງຕັ້ງອົງຄະນະພັກແຂວງແຄ໊ງຮ່ວາ (24 ມີນາ 1930 – 24 ມີນາ 2020) ແລະ ຈັດຕັ້ງລາຍການຖ່າຍທອດສົດທາງໂທລະພາບໂດຍມີການເຊື່ອມຕໍ່ກັບ 4 ແຫ່ງລວມມີ: ນະຄອນຍາຈາງ, ນະຄອນກາມແຣງ, ເທດສະບານ ນິງຮ່ວາ ແລະ ເທດສະບານ ເຈື່ອງຊາ, ເມືອງເກາະ ເຈື່ອງຊາ ເພື່ອອວຍພອນປີໃໝ່ປີຊວດ 2020 ໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນທີ່ພວມເຮັດວຽກ, ດຳລົງຊີວິດຢູ່ເມືອງເກາະ ເຈື່ອງຊາ.
          ໃນຊຸມປີຜ່ານມາ, ພ້ອມກັບທົ່ວປະເທດ, ຍາມໃດ ແຂວງ ແຄ໊ງຮ່ວາ ກໍ່ສະຫງວນຄວາມເອົາໃຈໃສ່, ອາລົມຈິດພິເສດທາງດ້ານຈິດໃຈ ແລະ ວັດຖຸໃຫ້ເມືອງເກາະ ເຈື່ອງຊາ, ເພື່ອຊ່ວຍໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນ ເຈື່ອງຊາ ຍົກສູງຊີວິດການເປັນຢູ່, ຮັບປະກັນໃຫ້ແກ່ການພັດທະນາ. ນີ້ແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງເພື່ອໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນເມືອງເກາະ ເຈື່ອງຊາ ແກ້ໄຂຄວາມຫຍຸ້ງຍາກ, ຕ້ານທານຕໍ່ພະຍຸລົມແດງ, ຕັດສິນໃຈປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະແຫ່ງສັກກະລະບູຊາຂອງປະເທດຊາດໄວ້ໃຫ້ໝັ້ນຄົງ.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top