ວັນທີ 23 ກໍລະກົດ, ລັດເຊຍ ແລະ ຢູແກຼນ ໄດ້ເລີ່ມຕົ້ນຮອບເຈລະຈາຄັ້ງທີ 3 ຢູ່ນະຄອນ Istanbul ຂອງ ຕວັກກີ ເພື່ອແກ້ໄຂການປະທະກັນທີ່ແກ່ຍາວຕະຫຼອດກວ່າ 3 ປີຜ່ານມາ. ຄະນະນັກເຈລະຈາ ລັດເຊຍ ໂດຍທ່ານ Vladimir Medinsky ຜູ້ຊ່ວຍວຽກທ່ານປະທານາທິບໍດີ ລັດເຊຍ ນຳໜ້າ ໃນຂະນະທີ່ ຄະນະນັກເຈລະຈາ ຢູແກຼນ ໂດຍທ່ານເລຂາສະພາຄວາມໝັ້ນຄົງແຫ່ງຊາດ Rustem Umerov ເປັນຫົວໜ້າຄະນະ.
ຕາມສຳນັກຂ່າວສານ TASS, ຮອບເຈລະຈາທີ 3 ໄດ້ສິ້ນສຸດລົງ ພາຍຫຼັງເຈລະຈາໄດ້ພຽງແຕ່ 40 ນາທີ ເທົ່ານັ້ນ ແລະ ໝາກຜົນລະອຽດຂອງການເຈລະຈາຍັງບໍ່ທັນໄດ້ປະກາດເທື່ອ. ສຳນັກຂ່າວສານ AFP ໄດ້ຄັດສະເໜີຄຳເຫັນຂອງທ່ານ Vladimir Medinsky ຫົວໜ້າຄະນະເຈລະຈາ ລັດເຊຍ ໃຫ້ຮູ້ວ່າ ໃນການເຈລະຈາ, ລັດເຊຍ ແລະ ຢູແກຼນ ໄດ້ເຫັນດີແລກປ່ຽນຊະເລີຍເສິກ 1.200 ຄົນ ຂອງແຕ່ລະຝ່າຍ, ພ້ອມດຽວກັນນັ້ນ ມົດສະກູ ກໍສະເໜີມອບຊາກສົບຂອງທະຫານ ຢູແກຼນ 3.000 ຄົນ ໃຫ້ກີແອັບ ເສຍຊີວິດ. ກ່ອນໜ້ານັ້ນ, ຢູແກຼນ ແລະ ລັດເຊຍ ໄດ້ດຳເນີນ 2 ຮອບເຈລະຈາຢູ່ Istanbul ໃນວັນທີ 16 ພຶດສະພາ ແລະ ວັນທີ 2 ມິຖຸນາ, ເຊິ່ງຊ່ວຍໃຫ້ບັນລຸໄດ້ຂໍ້ຕົກລົງແລກປ່ຽນຊະເລີຍເສິກນັບ ແລະ ຊາກສົບ/ອັດຖິຂອງທະຫານທີ່ເສຍຊີວິດຢູ່ສະໜາມຮົບນັບພັນຄົນ. ນອກຈາກນັ້ນ, ສອງຝ່າຍກໍແລກປ່ຽນຮ່າງບົດບັນທຶກຊ່ວຍຈຳກ່ຽວກັບມາດຕະການຢຸດຕິການປະທະກັນທີ່ໄດ້ແກ່ຍາວມາກວ່າ 3 ປີ.