• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ລາວມອບຫຼາຍ​ລາງວັນ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ໝູ່​ຄະ​ນະ, ສ່ວນ​ບຸກ​ຄົນ​ແຂວງດຽນ​ບຽນ

ທ່ານພົນ​ຈັດ​ຕະ​ວາ ແປ້ນຄຳບຸດຈັນແພງ, ເລ​ຂາ​ຄະ​ນະ​ພັກ, ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງ ບໍ່​ແກ້ວ ໄດ້​ຮັບ​ການມອບ​ສິດ​ຈາກ​ປະ​ທານ​ປະ​ເທດ ສ​ປ​ປ.ລາວ, ມອບຫຼຽນ​ໄຊ​ແຮງ​ງານ​ຊັ້ນ III ໃຫ້​ແກ່​ຫ້ອງ​ການ​ຄະ​ນະ​ພັກ​ແຂວງ ແລະ ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ​ແຂວງ​ດຽນ​ບຽນ.
ທ່ານພົນຈັດຕະວາ ແປ້ນຄຳບຸດຈັນແພງ, ເລຂາຄະນະພັກ, ປະທານສະພາປະຊາຊົນແຂວງ ບໍ່ແກ້ວ ມອບຫຼຽນໄຊອິດສະຫຼະຊັ້ນ III ໃຫ້ແກ່ ທ່ານ ເລແທ່ງໂດ, ປະທານສະພາປະຊາຊົນ ແຂວງດ້ຽນບຽນ. (ພາບ: VNA)
ຕອນ​ບ່າຍ​ວັນ​ທີ 21 ສິງ​ຫາ, ຢູ່​ແຂວງ​ດຽນ​ບຽນ, ຄະ​ນະ​ຜູ້​ແທ​ນ​ແຂວງ​ບໍ​ແກ້ວ, ສ​ປ​ປ.ລາວ ແລະ ແຂວງ​ດຽນ​ບຽນ​ໄດ້​ຈັດ​ຕັ້​ງ​ພິ​ທີ​ມອບຫຼຽ​ນ​ໄຊ​ຂອງ​ລັດ ລາວ​ໃຫ້​ແກ່​ບັນ​ດາ​ໝູ່​ຄະ​ນະ, ສ່ວນ​ບຸກ​ຄົນ​ແຂວງ​ດຽນ​ບຽນ​ເພື່ອ​ແນ​ໃສ່​ຮັບ​ຮູ້​ບັນ​ດາ​ການ​ປະ​ກອບ​ສ່ວນ​ໃນ​ການ​ປັບ​ປຸງ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ສອງ​ທ້ອງ​ຖິ່ນ​ເວົ້າ​ສະ​ເພາະ ແລະ ສອງ​ປະ​ເທດ​ຫວຽດ​ນາມ - ລ​າວ ເວົ້າ​ລວມ. ທີ່​ພິ​ທີ, ທ່ານພົນ​ຈັດ​ຕະ​ວາ ແປ້ນຄຳບຸດຈັນແພງ, ເລ​ຂາ​ຄະ​ນະ​ພັກ, ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງ ບໍ່​ແກ້ວ ໄດ້​ຮັບ​ການມອບ​ສິດ​ຈາກ​ປະ​ທານ​ປະ​ເທດ ສ​ປ​ປ.ລາວ, ມອບຫຼຽນ​ໄຊ​ແຮງ​ງານ​ຊັ້ນ III ໃຫ້​ແກ່​ຫ້ອງ​ການ​ຄະ​ນະ​ພັກ​ແຂວງ ແລະ ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ​ແຂວງ​ດຽນ​ບຽນ, ຫຼຽນ​ໄຊ​ອິດ​ສະ​ຫຼະ ຊັ້ນ II ມອບ​ໃຫ້​ທ່ານ ຫງວຽນ​ວັນ​ທັ້ງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ສ.ຫວຽດ​ນາມ, ອະ​ດີດ​ເລ​ຂາ​ຄະ​ນະ​ພັກ​ແຂ​ວງ​ດຽນ​ບຽນ. ນອກ​ຈາກ​ນັ້ນ, ຍັງ​ມີຫຼຽນ​ໄຊອິດ​ສະຫຼະ​ຊັ້ນ III ໄດ້​ມອບ​ໃຫ້ 7 ສ່ວນ​ບຸກ​ຄົນ​ອື່ນໆ​ອີກ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິ​ດ​ຕະ​ພາບ, ການ​ຮ່ວມ​ມື ຫວຽດ​ນາມ ລາວ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິ​ດ​ຕະ​ພາບ, ການ​ຮ່ວມ​ມື ຫວຽດ​ນາມ ລາວ ກຳ​ປູ​ເຈຍ

ທ່ານດ່​ວານ​ມິງ​ຮວນ ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈີ​ມິນ ເນັ້ນ​ໜັກ​ວ່າ​ເລື່ອງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ, ຮ່ຳ​ຮຽນ ແລະ ການ​ແລກ​ປ່ຽນ​ລະ​ຫວ່າງ​ພະ​ນັກ​ງາ​ນ​ໜຸ່ມ​ສາມ​ປະ​ເທດ​ມີ​ຄວາມ​ໝາຍ​ຍາວ​ນານ​ຕໍ່​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ

Top