ຂ່າວສານ
ລັດຖະມົນຕີການຕ່າງປະເທດ ໄທ ເດີນທາງໄປຍັງ ມາເລເຊຍ ເພື່ອປຶກສາຫາລືກ່ຽວກັບບັນຫາຊາຍແດນ ໄທ - ກຳປູເຈຍ
ວັນທີ 11 ຕຸລາ, ທ່ານນາຍົກລັດຖະມົນຕີ ໄທ ອະນຸທິນ ຊານວິຣະກຸນ ໃຫ້ຮູ້ວ່າ ທ່ານລັດຖະມົນຕີການຕ່າງປະເທດ ໄທ ສີຫະສັກ ພວງເກດແກ້ວ ໄດ້ເດີນທາງໄປຍັງ ມາເລເຊຍ ໃນວັນທີ 12 ຕຸລາ ເພື່ອປຶກສາຫາລືກ່ຽວກັບບັນຫາຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນ ໄທ - ກຳປູເຈຍ. ເມື່ອຕອບສຳພາດຕໍ່ນັກຂ່າວໃນວັນທີ 11 ຕຸລາ, ທ່ານນາຍົກລັດຖະມົນຕີ ໄທ ເນັ້ນໜັກວ່າ, ໄທ ຊົມເຊີຍບັນດາຄວາມມານະພະຍາຍາມຂອງ ມາເລເຊຍ ໃນບົດບາດເປັນກາງໄກ່ເກ່ຍ ແລະ ຊຸກຍູ້ສັນຕິພາບ.
ໃນການຜັນແປທີ່ກ່ຽວຂ້ອງ, ທະຫານເຂດ 2 ຂອງ ໄທ ແລະ ທະຫານເຂດ 4 ຂອງ ກຳປູເຈຍ ຫາກໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບການຈັດວາລະປະຊຸມພິເສດ ຄະນະກຳມະການຊາຍແດນພາກພື້ນ (RBC) ແຕ່ວັນທີ 15 – 17 ຕຸລາ. ຄາດວ່າ ເນື້ອໃນກອງປະຊຸມ ຈະສຸມໃສ່ປຶກສາຫລືກ່ຽວກັບບັນຫາພິຈາລະນາ ດັດປັບທີ່ຕັ້ງຜັນຂະຫຍາຍອາວຸດປະເພດໜັກ ພາຍໃຕ້ການຕິດຕາມກວດກາ ແລະ ຢັ້ງຢືນຂອງກຸ່ມປະສານງານລວມ ແລະ ເພີ່ມທະວີການຮ່ວມມືໃນບັນຫາເກັບກູ້ລະເບີດມະນຸດສະທຳ.