• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຝ​ລັ່ງ ຈະ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງ​ໄຊ​ຊະ​ນະ​ດ້ຽນ​ບຽນ​ຝູ

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ Sebastien Lecornu ຈະມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະດ້ຽນບຽນຝູ ໃນວັນທີ 7 ພຶດສະພາຈະມາເຖິງ.
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ Sebastien Lecornu (ພາບ: AFP/TTXVN)

ໂດຍຕອບສຳພາດຕໍ່ນັກຂ່າວ VOVworld ທ່ານເອກອັກຄະລັດຖະທູດ ຝລັ່ງ ປະຈຳ ຫວຽດນາມ Olivier Brochet ໄດ້ໃຫ້ຮູ້ວ່າ ການຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະ ດ້ຽນບຽນຝຸ ຂອງ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ Sebastien Lecornu ໄດ້ສະແດງຈິດໃຈ “ອັດອະດີດຕະການລົງ, ມຸ່ງໄປສູ່ອະນາຄົດ” ແລະ ພ້ອມກັນຮ່ວມມືເພື່ອການພັດທະນາຂອງປະເທດຊາດ ແລະ ປະຊາຊົນສອງປະເທດ. ທ່ານໃຫ້ຮູ້ວ່າ:

ນີ້ ເປັນຄັ້ງທຳອິດ ທີ່ລັດຖະບານ ຫວຽດນາມ ເຊື້ອເຊີນຝລັ່ງເຂົ້າຮ່ວມພິທີສະເຫຼີມສະຫຼອງໄຊຊະນະດຽນບຽນຝຸ ໃນລະດັບການເມືອງ. ຝ່າຍຝລັ່ງ ໄດ້ຕົກລົງຈັດສົ່ງລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ ແລະ ລັດຖະມົນຕີຮັບຜິດຊອບ ນັກຮົບເກົ່າ ແລະ ຄວາມຊົງຈຳ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ໃນວັນທີ 7 ພຶດສະພາ ຈະມາເຖິງ. ຂ້າພະເຈົ້າເຊື່ອໝັ້ນວ່າ ນີ້ຈະແມ່ນຈຸດເວລາສຳຄັນ ຕໍ່ການພົວພັນສອງຝ່າຍ ຍ້ອນວ່າ ຜ່ານເຫດການນີ້, ພວກເຮົາບໍ່ພຽງແຕ່ ໃຫ້ ຊາວຫວຽດນາມ ແລະ ຊາວຝລັ່ງ ເທົ່ານັ້ນ ຫາກຍັງແມ່ນໂລກຮູ້ວ່າ ພວກເຮົາສາມາດພ້ອມກັນຫວນຄືນອະດີດຕະການ, ບໍ່ຫົວຊາຕໍ່ອະດີດອະການ ແລະ 70 ປີຕໍ່ມາ, ພວກເຮົາໄດ້ກາຍເປັນເພື່ອນມິດທີ່ດີ, ພ້ອມກັນຢືນຢູ່ສະໜາມຮົບເກົ່າ ເພື່ອສ້າງອະນາຄົດ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top