ຂ່າວສານ
ລັດຖະບານ ເວເນຊູເອລາ ມອບຫຼຽນກາ “ວິລະຊົນ ເວເນຊູເອລາ” ໃຫ້ແກ່ຄະນະກູ້ໄພກູ້ຊີບ ຫວຽດນາມ
ຕອນເຊົ້າວັນທີ 06 ກໍລະກົດ ຕາມເວລາທ້ອງຖິ່ນ, ທ່ານພັນຕີ Raul Serrano Chacon, ກອງບັນຊາການທະຫານພິທັກປະທານາທິບໍດີ, ຜູ້ປະສານງານກັບຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ມອບ ຫຼຽນກາ “ວິລະຊົນ ເວເນຊູເອລາ” ຊັ້ນໜຶ່ງໃຫ້ຄະນະກູ້ໄພກູ້ຊີບ ຫວຽດນາມ ແລະ ຊັ້ນສອງໃຫ້ແກ່ບັນດາສະມາຊິກໃນຄະນະ. ນີ້ແມ່ນລາງວັນອັນສູງສົ່ງຂອງລັດຖະບານ ເວເນຊູເອລາ ແນໃສ່ຮັບຮູ້ການອຸທິດສ່ວນ, ຈິດໃຈອັນສູງສົ່ງ ແລະ ລັດທິວິລະຊົນຂອງບຸກຄົນທີ່ບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກລຳບາກ ໄດ້ອຸທິດເຫື່ອແຮງຂອງຕົນໃຫ້ແກ່ວຽກງານໜູນຊ່ວຍ ແລະ ເຊື່ອເຫຼືອມະນຸດສະທຳໃນດິນແດນ ເວເນຊູເອລາ.
ວັນທີ 06 ກໍລະກົດ ແມ່ນມື້ເຮັດວຽກທີ 6 ຂອງຄະນະກູ້ໄພກູ້ຊີບ ຫວຽດນາມ ຢູ່ບ່ອນເກີດເຫດ, ໝາຍຄວາມວ່າພາຍຫຼັງເກີດເຫດແຜ່ນດິນໄຫວ 10 ມື້. ໄລ່ຮອດຈຸດເວລາປັດຈຸບັນ, ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ສົ່ງຜູ້ປະສົບເຄາະຮ້າຍ 57 ຄົນອອກຈາກຊາກຫັກພັງ; ມອບສົ່ງ ແລະ ຊ່ວຍຍົກຍ້າຍຊັບສິນໃຫ້ແກ່ປະຊາຊົນທ້ອງຖິ່ນ. ໄປຄຽງຄູ່ກັບວຽກງານກູ້ໄພກູ້ຊີບ, ຄະນະກູ້ໄພກູ້ຊີບ ຫວຽດນາມ ຍັງລົງຢື້ຢາມຖາມຂ່າວ, ແບ່ງເບົາຄວາມລະທົມທຸກກັບປະມານ 500 ຄອບຄົວທີ່ມີເຮືອນຊານຖືກພັງທະລາຍ, ພວມປະເຊີນໜ້າກັບສະພາບຫຍຸ້ງຍາກເປັນພິເສດອີກດ້ວຍ.






